ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອີຣັກ ໃຫ້ສັນຍານເລີ່ມ ໂຈມຕີ ພວກ IS ໃນເມືອງ Mosul


ຂະບວນລົດທະຫານ ອີຣັກ ເດີນທາງມຸ່ງໜ້າໄປຖານທັບ Qayyarah ໃນພາກເໜືອຂອງ ອີຣັກ. ກ່ອນການໂຈມຕີ
ທີ່ຄາດວ່າຈະຍຶດເອົາເມືອງ Mosul ກັບຄືນຈາກພວກຫົວ
ຮຸນແຮງ ລັດອິສລາມ. 15 ຕຸລາ, 2016.
ຂະບວນລົດທະຫານ ອີຣັກ ເດີນທາງມຸ່ງໜ້າໄປຖານທັບ Qayyarah ໃນພາກເໜືອຂອງ ອີຣັກ. ກ່ອນການໂຈມຕີ ທີ່ຄາດວ່າຈະຍຶດເອົາເມືອງ Mosul ກັບຄືນຈາກພວກຫົວ ຮຸນແຮງ ລັດອິສລາມ. 15 ຕຸລາ, 2016.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ໄດ້ປະກາດໃນວັນຈັນມື້ນີ້ວ່າ ປະ ເທດຂອງທ່ານຈະ “ສະຫຼອງໄຊຊະນະຮ່ວມກັນ,” ໃນຂະນະທີ່ການຜັກດັນຂອງທະຫານ ເລີ່ມທີ່ຈະຂັບໄລ່ພວກຫົວຮຸນແຮງລັດອິສລາມອອກຈາກເມືອງ Mosul ທີ່ຕັ້ງຢູ່ພາກເໜືອ ຂອງປະເທດ.

ການຕໍ່ສູ້ທີ່ຄາດຫວັງມາດົນນານ ແມ່ນການປະຕິບັດການທາງທະຫານທີ່ໃຫຍ່ທີ່ສຸດໃນ ອີຣັກ ນັບຕັ້ງແຕ່ກອງກຳລັງ ສະຫະລັດ ໄດ້ຖອນອອກໄປເມື່ອ 5 ປີທີ່ຜ່ານມາ.

ນາຍພົນໂທ Stephen Townsend, ຜູ້ບັນຊາການພັນທະມິດທີ່ນຳໜ້າໂດຍ ສະຫະລັດ ທີ່ແນເປົ້າໃສ່ພວກລັດອິສລາມໃນ ອີຣັກ ແລະ ຊີເຣຍ, ໄດ້ເຕືອນວ່າມັນອາດໃຊ້ເວລາ ຫຼາຍສັບປະດາ ຫຼື ດົນກວ່ານັ້ນເພື່ອຍຶດເອົາເມືອງ Mosul ຄືນມາ.

ທ່ານໄດ້ກ່າວວ່າ “ສິ່ງນີ້ອາດພິສູດວ່າ ຈະເປັນການຕໍ່ສູ້ທີ່ຍາວ ແລະ ຍາກ, ແຕ່ທະຫານ ອີຣັກ ກໍໄດ້ກຽມພ້ອມແລ້ວ ແລະ ພວກເຮົາຈະລໍຖ້າຢູ່.”

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ກ່າວວ່າ ນີ້ແມ່ນ “ເວລາ ທີ່ເດັດດ່ຽວທີ່ສຸດ” ໃນການຕໍ່ສູ້ກັບພວກລັດອິສລາມ.

ທ່ານໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ພວກເຮົາໝັ້ນໃຈວ່າຄູ່ຮ່ວມງານ ອີຣັກ ຂອງພວກເຮົາຈະໄດ້ໄຊຊະນະໃນການຕໍ່ສູ້ກັບສັດຕູທີ່ຊ່ົວຮ້າຍຂອງພວກເຮົາ ແລະ ປົດປ່ອຍເມືອງ Mosul ແລະທຸກບ່ອນ ໃນອີຣັກ ຈາກຄວາມຄຽດຊັງ ແລະ ຄວາມໂຫດ ຮ້າຍປ່າເຖື່ອນຂອງພວກ ISIL.”

ຮູບພາບຈາກອົງການ ສະຫະປະຊາຊາດ ສະແດງໃຫ້ເຫັນເສັ້ນທາງທີ່ຄາດວ່າຈະເປັນ ບ່ອນຫຼົບໜີອອກຈາກເມືອງ Mosul.
ຮູບພາບຈາກອົງການ ສະຫະປະຊາຊາດ ສະແດງໃຫ້ເຫັນເສັ້ນທາງທີ່ຄາດວ່າຈະເປັນ ບ່ອນຫຼົບໜີອອກຈາກເມືອງ Mosul.

ໃນສອງສາມຊົ່ວໂມງກ່ອນການປະກາດຂອງການບຸກໂຈມຕີນັ້ນ, ກອງທັບອາກາດ ອີຣັກ ໄດ້ປ່ອຍໃບປິວຫຼາຍພັນໃບລົງໃນເມືອງ Mosul ເພື່ອເຕືອນປະຊາຊົນຜູ້ທີ່ອາໄສຢູ່່.

ແນວໃດກໍຕາມ, ພະນັກງານດ້ານມະນຸດສະທຳ, ກ່າວວ່າ ມັນຍັງບໍ່ຊັດເຈນວ່າ ພວກພົນ ລະເຮືອນເມືອງ Mosul ຈະເຮັດແນວໃດແທ້. ພວກເຂົາເຈົ້າໄດ້ກ່າວວິຈານວ່າຜູ້ວາງແຜນ ເຮັດສົງຄາມ ບໍ່ໄດ້ໝາຍເສັ້ນທາງການຫຼົບໜີທີ່ກະຈ່າງແຈ້ງໄວ້ໃຫ້ພວກພົນລະເຮືອນ.

ຫົວໜ້າດ້ານມະນຸດສະທຳ ອົງການສະຫະປະຊາຊາດ ທ່ານ Stephen O’Brien ໄດ້ກ່າວ ວ່າມັນມີສະຖານທີ່ສຳລັບປະຊາຊົນ 60,000 ຄົນທີ່ຄ້າຍສຳລັບຜູ້ບໍ່ມີທີ່ຢູ່ອາໄສຍ້ອນການ ຕໍ່ສູ້, ແລະ ໃນໄວໆນີ້ສະຖານທີ່ອຳນວຍຄວາມສະດວກຈະສາມາດຮອງຮັບປະຊາຊົນໄດ້ 250,000 ຄົນ. ແຕ່ທ່ານໄດ້ກ່າວວ່າ ສົມມຸດວ່າສະພາບທີ່ຂີ້ຮ້າຍທີ່ສຸດຈະເກີດຂຶ້ນ ປະຊາ ຊົນຫຼາຍເຖິງ 1 ລ້ານຄົນອາດຈະໄດ້ຫຼົບໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG