ລັດຖະມົນຕີກະຊວງພາຍໃນອີຣັກ ໄດ້ສະເໜີລາອອກຈາກຕຳແໜ່ງ ອັນເປັນພາກສ່ວນນຶ່ງໃນການຕົກຈາກອຳນາດທາງການເມືອງ ຍ້ອນການໂຈມຕີດ້ວຍລະເບີດທີ່ຮ້າຍແຮງໃນວັນອາທິດແລ້ວນີ້.
ທ່ານ Mohammed Ghabban ໃນວັນອັງຄານວານນີ້ ໄດ້ມອບອຳນາດໃຫ້ແກ່ຜູ້ຮອງຂອງທ່ານ ຈົນກວ່າວ່າການສະເໜີລາອອກຂອງທ່ານ ໄດ້ຮັບການພິຈາລະນາໂດຍນາຍົກ
ລັດ ຖະມົນຕີ Haider al-Abadi ຊຶ່ງທ່ານເອງກໍເປັນເປົ້າໝາຍໃນຄວາມໂກດແຄ້ນຂອງປະຊາຊົນຫລັງຈາກການໂຈມຕີດ້ວຍລະເບີດລົດສະຫລະຊີບ ທີ່ໄດ້ສັງຫານຢ່າງໜ້ອຍ 175 ຄົນ.
ພວກກູ້ໄພຍັງສືບຕໍ່ຊອກຄົ້ນ ຢູ່ທີ່ບ່ອນເກີດລະເບີດ ໃນເຂດ Karrada ຫາຜູ້ທີ່ຫາຍສາບສູນໃນການໂຈມຮ້າຍແຮງສຸດ ທີ່ໄດ້ເກີດຂຶ້ນຢູ່ນະຄອນຫຼວງຂອງອີຣັກ ນັບແຕ່ສະຫະລັດໄດ້ບຸກລຸກເຂົ້າໄປ ໃນປີ 2003.
ພວກຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບກ່ຽວກັບການວາງລະເບີດ ໂດຍກ່າວວ່າ ເຂົາເຈົ້າແນເປົ້າໝາຍໃສ່ພວກ Shi’ites.
ການໂຈມຕີໄດ້ເກີດຂຶ້ນໃກ້ກັບວັນສຸດທ້າຍຂອງເດືອນສັກສິດ Ramadan ເວ ລາທູດພິເສດສະຫະປະຊາຊາດ ປະຈຳອີຣັກ ທ່ານ Jan Kubis ຫວັງວ່າຢູ່ທີ່ນັ້ນຄວາມຮຸນແຮງຈະສະຫງົບລົງເປັນການຊົ່ວຄາວ.
ທ່ານ Kubis ກ່າວວ່າ “ພວກກໍ່ການຮ້າຍບໍ່ໄດ້ລະເວັ້ນໂອກາດການໂຈມຕີຢູ່ບັນດາຕະ
ຫລາດ ວັດມຸສລິມ ແລະບໍລິເວນທີ່ມີຝູງຊົນເຕົ້າໂຮມກັນ ເພື່ອເຮັດໃຫ້ມີ ຈຳນວນພົນລະເຮືອນເສຍຊີວິດຫຼາຍທີ່ສຸດ ທັງໆທີ່ເປັນພິທີທາງສາສະໜາ ແລະ ບໍ່ເຄົາລົບຕໍ່ຄຸນຄ່າຂອງອິສລາມເລີຍ.”
ທີ່ນະຄອນຫລວງ ວໍຊິງຕັນ ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ John Kirby ກ່າວໃນວັນອັງຄານວານນີ້ວ່າ ການໂຈມຕີທາງທະຫານບໍ່ເປັນທີ່ພຽງພໍທີ່ຈະເອົາຊະນະກຸ່ມກໍ່ການຮ້າຍລັດອິສລາມໄດ້ ໂດຍກ່າວຕື່ມວ່າ “ການປຸກລະດົມ ເພື່ອແກ້ໄຂບັນຫາຮາກເຫງົ້າຂອງລັດທິຫົວຮຸນແຮງຈັດແມ່ນວິທີທາງດຽວເທົ່ານັ້ນ ທີ່ຈະເອົາຊນະແບບຍືນຍົງໄດ້.”
ທ່ານ Kirby ກ່າວວ່າ ສະຫະລັດ ກຳລັງປະຕິບັດງານຢ່າງໃກ້ຊິດກັບບັນດາຄູ່ຮ່ວມງານ ຈາກທົ່ວໂລກ ເພື່ອຕັດການສື່ສານ ການເງິນແລະຕາໜ່າງການເກັບເກນຂອງລັດອິສ
ລາມ. “ສະຫະລັດໃນເວລານີ້ມີຂໍ້ຕົກລົງ ເພື່ອແບ່ງປັນຂໍ້ມູນກັບ ຄູ່ຮ່ວມງານນາໆຊາດ 55 ປະເທດ ເພື່ອລະບຸແລະຕິດຕາມເບິ່ງການເດີນທາງຂອງຜູ້ຕ້ອງສົງໄສກໍ່ການຮ້າຍ.