ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ອີຣັກ ປະເຊີນໜ້າກັບ ການຕໍ່ສູ້ ຕ້ານຢັນຢ່າງແຮງໃນເມືອງ ໂມຊູລ


ຄວັນໄຟ ປິວຂຶ້ນສູ່ທ້ອງຟ້າ ໃນລະຫວ່າງການຕໍ່ສູ້ກັນ ລະຫວ່າງ ພວກນັກຮົບລັດອິສລາມ ກັບ ກອງທັບ ອີຣັກ ຢູ່ເຂດນອກເມືອງ ໂມຊູລ, ອີຣັກ. 25 ກຸມພາ, 2017
ຄວັນໄຟ ປິວຂຶ້ນສູ່ທ້ອງຟ້າ ໃນລະຫວ່າງການຕໍ່ສູ້ກັນ ລະຫວ່າງ ພວກນັກຮົບລັດອິສລາມ ກັບ ກອງທັບ ອີຣັກ ຢູ່ເຂດນອກເມືອງ ໂມຊູລ, ອີຣັກ. 25 ກຸມພາ, 2017

ຜູ້ບັນຊາການອາວຸໂສທ່ານນຶ່ງກ່າວວ່າ ພວກຕຳຫຼວດທີ່ທຳໜ້າທີ່ເປັນທະຫານ ຍຶດໄດ້ ຄຸ້ມນຶ່ງຢູ່ທາງພາກຕາເວັນຕົກຂອງເມືອງໂມຊູລ ໃນທ່າມກາງການປະທະກັນຢ່າງໜັກ ກັບພວກຫົວຮຸນແຮງລັດອິສລາມ.

ນາຍພົນໂທ Haider al-Maturi ແຫ່ງກອງພົນໜ່ວຍກ້າຕາຍ ຂອງຕຳຫຼວດລັດຖະ ບານກາງໄດ້ບອກຂ່າວສານ ເອພີ ວ່າ ກອງທະຫານຂອງທ່ານໄດ້ເຂົ້າໄປໃນຄຸ້ມ ຕາຢາຣານ ໃນຕອນເຊົ້າວັນອາທິດມື້ນີ້ ແລະ ດຽວນີ້ຄຸ້ມດັ່ງກ່າວ “ໄດ້ຖືກຄວມຄຸມ ໄວ້ຢ່າງເຕັມສ່ວນແລ້ວ.”

ນາຍພົນໂທAl-Maturi ກ່າວວ່າ ພວກຫົວຮຸນແຮງລັດອິສລາມ ໄດ້ເອົາລົດຫ້າງລະເບີດ ສະລະຊີບໄວ້ຢ່າງໜ້ອຍ 10 ຄັນ ແຕ່ 9 ຄັນໄດ້ລະເບີດຂຶ້ນກ່ອນ ທີ່ຈະໄປເຖິງເປົ້າໝາຍ ຂອງມັນ. ຄັນທີສິບ ໄດ້ແຕກໃສ່ຕຳຫຼວດສອງຄົນຕາຍ ແລະເຮັດໃຫ້ບາດເຈັບ 5 ຄົນ.

ກອງກຳລັງຂອງ ອີຣັກ ທີ່ສະໜັບສະໜູນໂດຍທາງອາກາດຂອງສາກົນນຳພາໂດຍ ສະຫະລັດ ໄດ້ຄວບຄຸມພາກຕາເວັນອອກຂອງເມືອງໂມຊູລ ມາແລ້ວ. ເມືອງໃຫຍ່ທີ່ສຸດ ອັນດັບສອງຂອງ ອີຣັກ ແຫ່ງນີ້ ຖືກແບ່ງອອກເປັນສອງສ່ວນ ໂດຍແມ່ນໍ້າ ຕີກຣິສ.

ກ່ອນໜ້ານັ້ນ ພວກເຈົ້າໜ້າທີ່ທາງທະຫານຂອງ ອີຣັກ ກ່າວວ່າ ກຳລັງທີ່ໜູນຫຼັງໂດຍ ສະຫະລັດ ໄດ້ຜະເຊີນໜ້າກັບການຕ້ານຢັນຢ່າງໜັກ ເວລາພວກທະຫານບຸກຄືບໜ້າ ເຂົ້າໄປເລິກ ທາງພາກຕາເວັນຕົກ ຂອງຕົວເມືອງ ອັນເປັນທີ່ໝັ້ນແຫ່ງສຸດທ້າຍຂອງພວກ ໄອຊິສ ໃນ ອີຣັກ ນັ້ນ. ພັນໂທ Abdulamir al-mohammadawi ໄດ້ບອກອົງການ ຂ່າວສານ ຝຣັ່ງ ວ່າ ກຳລັງພິເສດຫຼາຍໆໜ່ວຍ ທີ່ໄດ້ຍຶດຄືນ ສະໜາມບິນໂມຊູລ ພາກັນ ເຄື່ອນຂຶ້ນໄປທາງເໜືອ ສູ່ຈຸດໃຈກາງຂອງເມືອງ ບ່ອນທີ່ພວກເຂົາເຈົ້າວາງແຜນວ່າ ຈະຍຶດຄືນ ສະຖານກົງສຸນຂອງເທີກີ ແລະ ຕຶກອາຄານຕ່າງໆຂອງລັດຖະບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Fighting is Fierce on the Edge of Western Mosul
please wait

No media source currently available

0:00 0:01:09 0:00
XS
SM
MD
LG