ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕື່ນເຕັ້ນ ກັບຄວາມຄືບໜ້າ ຂອງ ກຳລັງອີຣັກ ຢູ່ເມືອງໂມຊູລ


ກຳລັງພິເສດອີຣັກ ບຸກຄືບໜ້າ ເຂົ້າໄປໃນມະຫາວິທະຍາໄລ ໂມຊູລ ໃນລະຫວ່າງການສູ້ລົບ ກັບກຸ່ມລັດອິສລາມ. (14 ມັງກອນ 2017)​
ກຳລັງພິເສດອີຣັກ ບຸກຄືບໜ້າ ເຂົ້າໄປໃນມະຫາວິທະຍາໄລ ໂມຊູລ ໃນລະຫວ່າງການສູ້ລົບ ກັບກຸ່ມລັດອິສລາມ. (14 ມັງກອນ 2017)​

ເຈົ້າໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ຊົມ​ເຊີຍ​ການ​ບຸກ​ໂຈມ​ຕີ​ຮອບ​ຫລ້າ​ສຸດ​ຂອງ​ກຳລັງ​ອີຣັກ​ເຂົ້າ​ໄປ​ໃນ​ເມືອງ Mosul ​ໂດຍ​ໃຫ້ການ​ຢືນຢັນ​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າເວລານີ້ກຳລັງ​ອີຣັກເຂົ້າ ຢຶດ​ເອົາ​ຕຶກ​ໂຮງການ​ລັດຖະບານ​ຫຼັງນຶ່ງຈາກ​ພວກ​ນັກ​ລົບ​ຂອງກຸ່ມ​ລັດ​ອິສລາມ​ໄດ້​ແລ້ວ.

​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ໃນ​ວັນສຸກ​ວານ​ນີ້ວ່າ ກຳລັງ​ອີ​ຣັກ ​ໄດ້​ເຂົ້າຢຶດ​ເອົາ ​ຕຶກ​ສະພາແຂວງ Ninevah ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ ກ່າວ​ໄດ້​ແລ້ວ ​ແລະ​ຊັກ​ທຸງຊາດ​ຂອງ​ອີຣັກຂຶ້ນສູ່​ປາຍ​ເສົາ.

ຮັກສາ​ການ​ລັດຖະມົນຕີ​ຊ່ອຍ​ວ່າການ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ສະຫະລັດ ທ່ານ​ນາງ Elissa Slotkin ກ່າວຕໍ່​ພວກ​ນັກ​ຂ່າວ ​ທີ່​ທຳນຽບຫ້າ​ແຈ​ວ່າ “ມັນ​ເປັນ​ທັງ​ໄຊຊະນະ​ໃນ​ດ້ານ​ສັນຍາ​ລັກ​ແລະ​ໄຊຊະນະ​ໃນ​ການ​ປະຕິບັດ​ງານ​ທີ່​ສຳຄັນ.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຮູ້ສຶກ​ຕື່ນເຕັ້ນທີ່ໄດ້​ເຫັນ​ຄວາມ​ສຳ​ເລັດ​ຍັງ​ມີ​ຢູ່​ຕໍ່​ມາແລະ​ພວກ​ເຮົາ​ກໍ​ໄດ້​ຮັບ​ແຮງກະ​ຕຸ້ນ​ທີ່​ຈຳ​ເປັນ.”

ນອກ​ນັ້ນໃນ​ວັນ​ສຸກ​ວານ​ນີ້ ກຳລັງ​ພິ​ເສດ​ຂອງ​ອີຣັກຍັງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຂດມະຫາວິທະ ຍາ​ໄລ​ເມືອງ Mosul ​ແລະ​ກໍ​ເຂົ້າຢຶດບໍລິ​ເວນ ​ທາງ​ກ້ຳ​ຕາ​ເວັນ​ອອກສຽງ​ເໜືອ ພ້ອມໆ​ກັບ​ເຂດ​ຕ່າງໆ ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ນີ້. ພວກ​ທີ່​ເຫັ ​ເຫດການ ​ກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມໄດ້​ທຳ​ການ​ຕໍ່ສູ້​ແລະ​ມີ​ລາຍງານວ່າໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ໜັກ​ ຢູ່​ໃນ​ບາງ​ເຂດ.

ພັນ​ເອກ John Korrian ​ໂຄສົກ​ຂອງ​ປະຕິບັດ​ການ Inherent Resolve ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ຍັງ​ມີ​ວຽກ​ງານ​ຫຼາຍຢ່າງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ ​ແຕ່​ການ​ມີໜ້າ​ຂອງ ​ກຸ່ມ​ລັດ​ອິສລາມ​ຫຼື ISIL ​ໃນ​ເມືອງ Mosul ​ແມ່ນ​ກຳລັງ​ໝົດ​ລົງ​ຢ່າງ​ວ່ອງ​ໄວ.”

ຄວາມ​ຄືບ​ໜ້າ​ຫລ້າ​ສຸດ​ສ່ວນ​ໃຫຍ່​ ໃນ​ການ​ເຂົ້າຢຶດ​ເອົາ​ເມືອງ Mosul ຄືນ​ແມ່ນ​ມີ​ຂຶ້ນ​ໃນ​ເຂດ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ​ດັ່ງກ່າວ. ​ແຕ່​ໂຄສົກຂອງ​ໜ່ວຍ​ຕໍ່ຕ້ານ​ກໍ່ ການ​ຮ້າຍ​ຂອງ​ອີຣັກ ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້ວ່າ ກຳລັງ​ຂອງ​ຕົນ​ ຍັງ​ໄດ້​ບຸກ​ເຂົ້າ​ໄປ​ເຖິງ ​ຂົວ 2 ​ແຫ່ງ ຂອງ​ຈຳນວນ​ທັງ​ໝົດ 5 ​ແຫ່ງທີ່​ເຊື່ອມ​ຕໍ່​ກັບ​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ທີ່​ຖືກຕັດຂາດ​ໂດຍ​ແມ່​ນ້ຳ​ໄທ​ກຣິສນັ້ນ.

ນອກ​ນັ້ນ​ແລ້ວ ພວກເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ ຍັງ​ມີ​ຄວາມ​ລະມັດລະວັງ ​ໂດຍ​ເຕືອນ​ວ່າ ການ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມໃນ​ອີຣັກ ມີ​ທ່າ​ທາງວ່າ ຍັງ​ອີກ​ດົນ​ຈຶ່ງ​ຈະ​ສຳ​ເລັດ​ເສັດ​ສິ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG