ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສູນອົບພະຍົບໃໝ່ ໃນທະເລຊາຍ ອ້ອມຮອບ ເມືອງໂມຊູລ ເລີ່ມຮັບເອົາຊາວອົບພະຍົບ


ບັນດາຄອບຄົວ ຊາວອີຣັກ ຄອຍຖ້າຢູ່ໃກ້ຮົ້ວ ໃນຂະນະທີ່ພວກ
ທະຫານ ກວດເບິ່ງຊາວອົບພະຍົບທີ່ເຂົ້າມາໃນສູນ Khazir ຢູ່ທີ່ຂົງເຂດຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.
ບັນດາຄອບຄົວ ຊາວອີຣັກ ຄອຍຖ້າຢູ່ໃກ້ຮົ້ວ ໃນຂະນະທີ່ພວກ ທະຫານ ກວດເບິ່ງຊາວອົບພະຍົບທີ່ເຂົ້າມາໃນສູນ Khazir ຢູ່ທີ່ຂົງເຂດຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.

ໃນຂະນະທີ່ ບັນດາສະມາຊິກຄອບຄົວຂອງຊາວອີຣັກ ພາກັນຂັບລົດກະບະ ຟ້າວແລ່ນ ອອກຈາກ ເສັ້ນແນວໜ້າການສູ້ລົບຕໍ່ຕ້ານກຸ່ມລັດອິສລາມຢູ່ນັ້ນ ຕູບຜ້າຫຼາຍພັນຕູບ ໃນເຂດນອກທະເລຊາຍ ອອມຮອບເມືອງ Mosul ໄດ້ຖືກຈັບຈອງໂດ ພວກຊາວບ້ານ ທີີ່ຫລົບໜີອອກມາ.

ກຸ່ມຄົນປະມານ 20 ຫາ 40 ຄົນ ເດີນທາງໄປຮອດ ສູນອົບພະຍົບ ເປັນໄລຍະ ໃນຕອນເວັນ ຫຼື ຕອນຄ່ຳ ອິງຕາມ ພວກທະຫານ Peshmerga ໃນສູນ Khazir ໃນຂົງເຂດຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.
ກຸ່ມຄົນປະມານ 20 ຫາ 40 ຄົນ ເດີນທາງໄປຮອດ ສູນອົບພະຍົບ ເປັນໄລຍະ ໃນຕອນເວັນ ຫຼື ຕອນຄ່ຳ ອິງຕາມ ພວກທະຫານ Peshmerga ໃນສູນ Khazir ໃນຂົງເຂດຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.

ພວກຄົນບາງສ່ວນກ່າວວ່າກຸ່ມພວກຫົວຮຸນແຮງ ປາກົດວ່າ ໄດ້ສູນເສຍກຳລັງ ແລະ ປະຖິມປ້ອມຍາມ ແລະ ບໍ່ສົນໃຈນຳພວກທີ່ຫລົບໜີ.

ປະມານ 40 ຄົນ ໄດ້ຂີ່ລົດບັນທຸກຫຼາຍຄັນ ເຂົ້າໄປໃນສູນດັ່ງກ່າວ ເມື່ອຕອນແລງວັນ
ສຸກຜ່ານມາ. ເມື່ອຕອນເຊົ້າມື້ດຽວກັນນັ້ນ ພວກເຂົາໄດ້ຫລົບໜີອອກມາຈາກຄຸ້ມບ້ານ ເຕັມໄປດ້ວຍລະເບີດ ທີ່ພວກຫົວຮຸນແຮງລັດອິສລາມ ເຟົ້າຍາມຢູ່. ໃນເວລາທີ່ພວກ ຄົນຍາມຢູ່ສູນ ເປີດປະຕູອອກ ບັນດາສະມາຊິກຄອບຄົວ ຢູ່ໃນເດີ່ນຈອດລົດ ພາກັນ ຮ້ອງໄຫ້ ແລະ ຈູບຫອມພວກຍາດຕິພີ່ນ້ອງຂອງພວກເຂົາ ຜ່ານປ່ອງ ເບື້ອງທາງຂ້າງ ຂອງລົດກະບະ.

ພວກຜູ້ຊາຍ ໄວ້ໜວດ ໃສ່ສົ້ງຂາສັ້ນ ເດີນທາງໄປຮອດ ສູນ Khazir ໃນຂົງເຂດຂອງຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.
ພວກຜູ້ຊາຍ ໄວ້ໜວດ ໃສ່ສົ້ງຂາສັ້ນ ເດີນທາງໄປຮອດ ສູນ Khazir ໃນຂົງເຂດຂອງຊາວເຄີດ ທາງພາກເໜືອຂອງອີຣັກ, ວັນທີ 28 ຕຸລາ 2016.

ທ້າວ Youseff ອາຍຸ 26 ປີ ອະດີດພະນັກງານກໍ່ສ້າງ ຜູ້ກຳລັງເດີນທາງມາພ້ອມກັບ ພັນລະຍາ ແລະ ລູກນ້ອຍຂອງລາວ ກ່າວວ່າ “ພວກເຮົາຢ້ານກົວ ບໍ່ກ້າແລ່ນໜີ ແຕ່ ພວກເຮົາບໍ່ມີທາງເລືອກ. ພວກລັດອິສລາມຍິງປືນໃສ່ພວກເຮົາ ໃນຂະນະທີ່ ພວກເຮົາຫລົບໜີອອກມາຈາກຄຸ້ມບ້ານ.”

ພວກແມ່ຍິງ ແລະ ພວກເດັກນ້ອຍ ເຕົ້າໂຮມກັນຢູ່ເບື້ອງໜຶ່ງຂອງຮົ້ວ ໃນຂະນະທີ່ ພວກຜູ້ຊາຍ ອີງຫລັງຮົ້ວອີກເບື້ອງໜຶ່ງ. ພວກຜູ້ຊາຍ ທັງໝົດ ໄວ້ເຄົາແບບດຽວກັນກັບ ພວກລັດອິສລາມ ແລະ ໃສ່ສົ້ງຂາສັ້ນ ຄືກັບພາຍໃຕ້ກົດໝາຍຂອງພວກຫົວຮູນແຮງ. ຫຼາຍໆຄົນໄດ້ແຖໜວດ ບ້ອຍວ່າໄປຮອດໄປເຖິງສູນ ດັ່ງທີ່ທະຫານ Pershmerga ຄົນໜຶ່ງຢູ່ໃນສູນໄດ້ກ່າວ. ລາວອະທິບາຍວ່າ “ພວກເຂົາເຈົ້າເປັນຄົນທຳມະດາ ແລະ ມັນເປັນການລົບກວນໃຈ ທີ່ເຮັດໃຫ້ເປັນຄືກັບພວກລັດອິສລາມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG