ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣັກສັ່ງປິດ ອົງການສື່ມວນຊົນ 44 ແຫ່ງ


ທຸງຊາດອີຣັກ.
ທຸງຊາດອີຣັກ.

ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ສື່​ຂອງ​ອີຣັກ​ໄດ້​ສັ່ງອັດ​ ອົງການ​ສື່ມວນ​ຊົນ 44 ​ແຫ່ງ​ ໃນ​ທົ່ວ​ປະ​ເທດ ​ຮວມທັງ​ຫ້ອງການ​ຂ່າວວີ​ໂອ​ເອນໍາ.

ຄະນະ​ກໍາມາ​ທິການ​ສື່ສານແລະ​ສື່​ມວນ​ຊົນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ ກ່າວ​ແມ່ນ​ແນ​ເປົ້າ​ໝາຍ​ ໃສ່​ພວກອົງ​ກອນ​ຕ່າງໆ​ທີ່​ດໍາ​ເນີນການ​ໂດຍ​ບໍ່​ມີ​ໃບ​ອະນຸຍາດ.

​ທ່ານ Awat Najmaddin ເຈົ້າ​ໜ້າ​ທີ່ຝ່າຍສື່ມວນ​ຊົນ​ແລະສື່ສານກ່າວ​ຕໍ່​ວີ​ໂອ​ເອ ພະ​ແນ​ກພາສາ Kurdish ວ່າ ຫ້ອງການສື່ຫຼາຍ​ແຫ່ງ​ດໍາ​ເນີນ​ການ​ໄປ​ໂດຍ​ບໍ່​ມີ​ໃບ​ອະນຸຍາດ ຫຼື​ໃບ​ອະນຸຍາດ​ໝົດ​ອາຍຸ​ໄປ​ແລ້ວ.

ຄໍາສັ່ງ​ຂອງ​ຄະນະ​ກໍາມາ​ທິການ​ດັ່ງກ່າວ​ ໄດ້​ບົ່ງ​ຊື່​ຂອງ​ພວກ​ອົງການ​ຂ່າວ​ຂອງ​ອີຣັກຫລາຍ​ແຫ່ງ ຕະຫຼອດ​ທັງສະຖານີກະຈາຍສຽງ​ນາໆ​ຊາດທີ່​ຮວມທັງ​ອົງການ​ຂ່າວ BBC ທີ່​ໄດ້​ຮັບ​ທຶນ​ໜຸນ​ຫຼັງ​ຈາກ​ອັງກິດ ​ແລະ​ວິທະຍຸ Sawa ທີ່​ໄດ້​ຮັບ​ທຶນ​ໜຸນ​ຫຼັງ​ຈາກ​ລັດຖະບານ​ກາງ​ສະຫະລັດ. ​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ການ​ເຄື່ອນ​ໄຫວ​ໃດໆ​ ​ເພື່ອຈັດ​ຕັ້ງ​ປະຕິບັດ​ຄໍາ​ສັ່ງ​ດັ່ງກ່າວເທື່ອ ແຕ່​ອົງການ​ຂ່າວ​ຈໍານວນ​ນຶ່ງ​ທີ່​ມີ​ຊື່​ຢູ່ໃນ​ບັນຊີນັ້ນ​ໄອ້ອັດ​ຫ້ອງການ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ອີຣັກ​ແລ້ວ.

ອົງການ​ສິ້ງ​ຊອມ​ເບິ່ງເສລີພາບ​ໃນ​ວົງ​ການ​ຂ່າວ Journalistic Freedoms Observatory ທີ່
​ມີ​ຫ້ອງການ​ປະຕິບັດ​ງານ​ຢູ່​ໃນ​ກຸງ​ແບກ​ແດດ ​ໄດ້​ຕໍາ​ໜິຕິຕຽນ​ຄໍາ​ສັ່ງ​ດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້
ຄະນະ​ກໍາມາ​ທິການ​ດັ່ງກ່າວ​ຖອນ​ກົດ​ລະບຽບ​ຕ່າງໆ ​ທີ່​ທາງອົງການ​ດັ່ງກ່າວ​ເວົ້າ​ວ່າ ລະ​ເມີດ
​ການ​ຮັບປະກັນ​ເສລີພາບດ້ານ​ການ​ຂ່າວ ທີ່​ບົ່ງ​ໄວ້​ໃນ​ກົດໝາຍ​ລັດຖະທໍາ​ມະນູນ​ຂອງ​ອີຣັກນັ້ນ.

XS
SM
MD
LG