ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພານິຕິບັນຍັດ ອີຣັກ ຮັບຮອງເອົາ ລັດຖະມົນຕີ ດ້ານຄວາມປອດໄພ 2 ທ່ານ


ທ່ານ Khaled al-Obeidi ສະມາຊິກສະພາ ເຜົ່າຊຸນີ ກ່າວຕໍ່ ສື່ມວນຊົນໃນລະຫວ່າງກອງປະຊຸມຕໍ່ນັກຂ່າວ ທີ່ແບກແດດ, ວັນທີ 18 ກັນຍາ 2014.
ທ່ານ Khaled al-Obeidi ສະມາຊິກສະພາ ເຜົ່າຊຸນີ ກ່າວຕໍ່ ສື່ມວນຊົນໃນລະຫວ່າງກອງປະຊຸມຕໍ່ນັກຂ່າວ ທີ່ແບກແດດ, ວັນທີ 18 ກັນຍາ 2014.

ສະພາ​ນິຕິບັນຍັດ​ຂອງ​ອີຣັກ ​ໄດ້​ຮັບ​ຮອງ​ເອົາ​ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້
ດຳລົງຕຳແໜ່​ງດ້ານຄວາມ​ປອດ​ໄພ​ທີ່​ສຳຄັນ​ທີ່​ສຸດ ຄື ລັດຖະມົນ
ຕີປ້ອງ​ກັນ​ປະ​ເທດ ​ແລະ​ລັດຖະມົນຕີພາຍ​ໃນ ຂອງຄະນະລັດຖະ
ບານ​ນາຍົກ​ລັດ ຖະມົນຕີ Haider Al-Abadi ຊຶ່ງ​ເປັນ​ການ​ເສັດ​
ສິ້ນ​ການ​ປະກອບ​ຄະນະ​ລັ​ດ​ຖະບານ​ໃໝ່ ທ່າມກາງການ​ຕໍ່ສູ້​ກັບ​
ກຸ່ມ​ລັດ​ອິສລາມນັ້ນ.

ສະພາ​ແຫ່ງ​ຊາດ​ໄດ້​ລົງມະຕິ​ໃນ​ວັນ​ເສົາ​ວານ​ນີ້ ​ຮັບ​ເອົາ​ທ່ານ
Khaled al-Obeidi ສະມາ​ຊິກ​ສະພາ​ເຜົ່າຊຸນ​ນີຈາກ​ເມືອງ
Mosul ​ໃນພາກ​ເໜືອ​ຂອງ​ອີຣັກ ໃຫ້ເປັນ​ລັດຖະມົນຕີ​ປ້ອງ​ກັນ
​ປະ​ເທດ​ຄົນ​ໃໝ່ ​ແລະ​ທ່ານ Mohammed al-Ghabban ສະມາຊິກ​ສະພາເຜົ່າ Shi’ite ຈາກ​ກຸ່ມ​ການ​ເມືອງ​ທີ່​ມີ​ອຳນາດກຸ່ມ​ນຶ່ງ ​ໄດ້​ຖືກ​ເລືອກ​ໃຫ້​ເປັນລັດຖະມົນຕີ​ພາຍ​ໃນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເອີ້ນ​ການເລືອກ​ຕັ້ງ​ສອງ​ລັດຖະມົນຕີ ດ້ານ​ຄວາມ​ປອດ​ໄພ​ທີ່​ມີ​ອຳນາດ​ຫຼາຍທີ່​ສຸດ​ນີ້ ​ເປັນ “ບາດກ້າວ​ໄປ​ຂ້າງ​
ໜ້າ​ໃນ​ທາງ​ບວກ​”
​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ນັ້ນ.

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ເສົາ​ວານ​ນີ້ ກັບ​ນາຍົກລັດຖະມົນຕີ Al-Abadi ​ແລະ​ໄດ້​ກ່າວຊົມ​ເຊີຍ​ທ່ານ​ ກ່ຽວ​ກັບ​ພວກ​ລັດຖະມົນຕີ​ໃໝ່​ນີ້.

ທ່ານ Biden ກ່ວວ່າ “ບັດ​ນີ້ ອີຣັກມີ​ພວກ​ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​
ຊາດ​ຢ່າງ​ຄົບ​ຊຸດ ທີ່​ໄດ້​ຮັບ​ອະນຸມັດ​ຈາກ​ສະພາຜູ້​ແທນ​ແຫ່ງ​ຊາດ​ ເປັນ​ເທື່ອ​ທຳ​ອິດ​
ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.”

iraq19october14
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG