ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣັກ ເລີ້ມບຸກໂຈມຕີ ເພື່ອຍຶດເອົາ ແຂວງ Anbar ຈາກ ພວກກະບົດ ລັດອິສລາມ


Gubernur Jakarta Basuki "Ahok" Tjahaja Purnama dan istrinya Veronica memberikan suara di TPS Pantai Mutiara, Jakarta Utara (15/2). (Courtesy: Tim Pemenangan Badja)
Gubernur Jakarta Basuki "Ahok" Tjahaja Purnama dan istrinya Veronica memberikan suara di TPS Pantai Mutiara, Jakarta Utara (15/2). (Courtesy: Tim Pemenangan Badja)

ລັດຖະບານ​ອີຣັກ ກ່າວ​ວ່າ ຕົນໄດ້​ເລີ້ມປະຕິບັດ​ງານ ເພື່ອຍຶດ​
ເອົາ​ແຂວງ Anbar ທາງ​ພາກ​ຕາ​ເວັນ​ຕົກຂອງປະເທດ ຄືນ​ມາ​
ຈາກພວກຫົວ​ຮຸນ​ແຮງ​ລັດ​ອິສລາມ.

ການ​ປະກາດທາງ​ໂທລະພາບ ​ໃນ​ວັນ​ອັງ​ຄາ​ນມື້​ນີ້ ​ມີຂຶ້ນບໍ່ຮອດ​
ສອງ​ອາທິດ ຫລັງ​ຈາກ​ພວກ​ນັກ​ລົບລັດອິສລາມ ຍຶດ​ເອົາເມືອງ
Ramadi ຊຶ່ງເປັນເມືອງ​ຫລວງ​ຂອງ​ແຂວງ Anbar​. ນັບ​ແຕ່​ນັ້ນ
​ມາ ກອງ​ທະຫານ​ອີຣັກ ​ແລະ​ພວກ​ທະຫານບ້ານທີ່ສະໜັບສະ
ໜູນລັດຖະບານ ​ໄດ້​ເຕົ້າໂຮມກຳລັງ ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ
ຂອງ​ເມືອງດັ່ງກ່າວ ​ເພື່ອ​ກະກຽມ​ການ​ບຸກ​ໂຈ​ມຕີ ທີ່​ຈະ​ຍຶດເອົາ
​ແຂວງ Anbar ຄືນ ທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາ
ອິສລາມນິກາຍ Sunni ນັ້ນ.

US-led Coalition Gives Some Weapons to Iraqi Troops
please wait

No media source currently available

0:00 0:00:42 0:00

ແຂວງ Anbar ​ເປັນ​ເຂດ​ທະ​ເລ​ຊາຍ​ທີ່​ກວ້າ​ງ​ໃຫຍ່ ຍາວ​ຢຽດ​ຈາກ​ພາກ​ຕາ​ເວັນ​ຕົກ​ຂອງນະ
ຄອນຫລວງ Bagdad ​ໄປ​ຫາ​ຊາຍ​ແດນ​ຂອງ​ອີຣັກ ຕິດກັບຈໍ​ແດນ ທາງພາກ​ຕາ​ເວັນ​ອອກ
ສຽງ​ໃຕ້​ຂອງ​ຊີ​ເຣຍ ​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຊາ​ອຸດີ ອາຣາ​ເບ​ຍ. ກຸ່ມລັດ​ອິສ
ລາມໄດ້ເຂົ້າ​ຄວບ​ຄຸມເອົາສ່ວນ​ໃຫຍ່​ຂອງ​ແຂວງ Anbar ຕັ້ງ​ແຕ່​ປີ​ກາຍ​ນີ້ ຮວມທັງ​ເມືອງ​ສຳຄັນ​ຕ່າງໆ​ເຊັນ​ວ່າ Fallujah.

ນາຍົກລັດຖະມົນຕີ Haider al-Abadi ກ່າວ​ຢູ່​ໃນ​ການ​ໃຫ້​ສຳພາດ​ກັບ BBC ທີ່​ໄດ້​ອອກ
ອາກາດ​ໃນ​ວັນ​ຈັນ​ວານ​ນີ້ວ່າ ​ເມືອງ Ramadi ຈະ​ຖືກ​ຍຶດເອົາຄືນ​ມາ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ
ໜ້ານີ້ ​ແລະ​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ສາມາດ​ຂອງກຳ ລັງທະຫານ​ອີຣັກ.

ຮອງ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ໂທລະ​ສັບ​ໄປ​ຫາ ທ່ານ Abadi ​ໃນ
​ວັນ​ຈັນ​ວານນີ້ ໃນຄວາມພະຍາຍາມ​ເພື່ອ​ບໍ່ໃຫ້ເກີດບັນຫາໃນຄວາມ ສຳພັນ ຫລັງ​ຈາກ
ລັດຖະມົນຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ​ໄດ້ຕັ້ງຄຳ​ຖາມກ່ຽວກັບ
ກຳລັງໃຈ​ຂອງ​ທະຫານ​ອີຣັກ ທີ່​ໄດ້ພາກັນຖອຍ​ອອກ​ຈາກ ​ເມືອງ Ramadi ​ໃນ​ຂະນະທີ່
​ພວກ​ນັກ​ລົບລັດອິສລາມ ບຸກ​ເຂົ້າ​ໄປ.

ທຳນຽບຂາວ​ກ່າວ​ວ່າ ທ່ານ Biden ​ໄດ້​ຢືນຢັນ​ອີກຄັ້ງນຶ່ງ ເຖິງ​ການສະໜັບສະ ໜຸນຂອງ
ອາ​ເມຣິກັນຕໍ່​ອີຣັກ ​ໃນ​ການ​ສູ້​ລົບຕ້ານກຸ່ມ​ຫົວຮຸນແຮງ ​ແລະ​ນັ້ນ ​ທ່ານ​“​ໄດ້​ຮັບ​ຮູ້​ເຖິງການ
​ເສຍ​ສະຫລະອັນໃຫຍ່ຫຼວງ ແລະຄວາມກ້າຫານຂ​ອງ​ກຳລັງ ທະຫານ​ອີຣັກ” ຢູ່​ທີ່​ເມືອງ Ramadi ​ແລະ​ຢູ່​ແຫ່ງ​ອື່ນໆ​ຂອງປ​ະ​ເທດ. ທ່ານຍັງ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ສະຫະລັດ
ຈະເລັ່ງລັດການ​ເຝິກ​ແອບແລະຈັດ​ສົ່ງ​ອຸບປະ ກອນໄປໃຫ້ໄວຂຶ້ນ.

Islamic State Advances Spark Crisis in Iraq, Syria
please wait

No media source currently available

0:00 0:02:16 0:00

XS
SM
MD
LG