ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣັກ ເປີດສາກ ບຸກໂຈມຕີ ເພື່ອເຂົ້າຍຶດຄືນ ເມືອງ Hawija ຈາກລັດອິສລາມ


ພາບນີ້ ເອົາອອກມາຈາກ ວີດີໂອ ສະໜອງໂດຍ Kurdistan 24 ສະແດງໃຫ້ເຫັນ ລົດຖັງຄັນນຶ່ງ ຂອງອີຣັກ ທີ່ກຳລັງເຄື່ອນຍ້າຍ ເຂົ້າສູ່ທີ່ໝັ້ນ ໃນຂະນະທີ່ ກຳລັງທະຫານ ໄດ້ເລີ້ມຕົ້ນ ປະຕິບັນການ ເຂົ້າຍຶດເອົາການຄວບຄຸມຄືນ ເມືອງ Hawija ຂອງອີຣັກ ຈາກກຸ່ມລັດອິສລາມ, ວັນທີ 21 ກັນຍາ 2017.
ພາບນີ້ ເອົາອອກມາຈາກ ວີດີໂອ ສະໜອງໂດຍ Kurdistan 24 ສະແດງໃຫ້ເຫັນ ລົດຖັງຄັນນຶ່ງ ຂອງອີຣັກ ທີ່ກຳລັງເຄື່ອນຍ້າຍ ເຂົ້າສູ່ທີ່ໝັ້ນ ໃນຂະນະທີ່ ກຳລັງທະຫານ ໄດ້ເລີ້ມຕົ້ນ ປະຕິບັນການ ເຂົ້າຍຶດເອົາການຄວບຄຸມຄືນ ເມືອງ Hawija ຂອງອີຣັກ ຈາກກຸ່ມລັດອິສລາມ, ວັນທີ 21 ກັນຍາ 2017.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ໄດ້ປະກາດ ໃນວັນພະ ຫັດມື້ນີ້ວ່າ
ກອງກຳລັງ ຂອງທ່ານ ໄດ້ເລີ່ມຕົ້ນການບຸກໂຈມຕີ ເພື່ອເຂົ້າຄວບຄຸມເມືອງ Hawija
ເຊິ່ງເປັນທີ່​ໝັ້ນແຫ່ງສຸດ​ທ້າຍຢູ່ໃນອີຣັກທີ່​ຍັງ​ຄວບ​ຄຸມ​ໂດຍພວກຫົວຮຸນແຮງລັດອິສລາມ.

ເມືອງ Hawija ແມ່ນຕັ້ງຢູ່ 240 ກິໂລແມັດ ທາງເໜືອຂອງນະຄອນຫຼວງ Baghdad
ແລະ ຢູ່ບໍ່ໄກຈາກເມືອງ Kirkuk ທີ່ມີບໍ່ນ້ຳມັນໄປ​ທາງກ້ຳຕາເວັນຕົກ.

ພວກຫົວຮຸນແຮງລັດອິສລາມ ໄດ້ຄວບຄຸມເມືອງ Hawija ມາ ນັບຕັ້ງແຕ່ກາງປີ 2014
ໃນເວລາກຸ່ມນີ້ ໄດ້ບຸກເຂົ້າຍຶດເອົາພື້ນທີ່ ອັນກວ້າງໃຫຍ່ ທາງພາກເໜືອ ແລະ
ຕາເວັນຕົກ ຂອງອີຣັກ.

ອົງການ​ສະຫະປະຊາຊາດ ກ່າວວ່າ ພົນລະເຮືອນ ຫຼາຍກວ່າ 100,000 ຄົນ ໄດ້ຫລົບ
ໜີອອກຈາກ​ເມືອງດັ່ງກ່າວໃນ​ໄລຍະ 3 ປີຜ່ານມານີ້ ແລະ ໄດ້ມີການກະປະມານວ່າ
85,000 ຄົນ ທີ່ຍັງອາ​ໄສ​ຢູ່​ໃນ​ເມືອງ​ນີ້ແມ່ນ “ມີ​ຄວາມເປັນໄປໄດ້ສູງ ທີ່ຈະໄດ້ຮັບ
ຜົນກະທົບຢ່າງໜັກ”
ຈາກການສູ້ລົບກັນ ໃນສອງສາມສັບ ປະດາຂ້າງ​ໜ້ານີ້.

ຫ້ອງການມະນຸດສະທຳຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ ຕົນກຳລັງ​ເຮັດ​
ວຽກກັບບັນດາເຈົ້າໜ້າທີ່ທ້ອງຖິ່ນ ແລະ ກຸ່ມຊ່ອຍເຫຼືອຕ່າງໆ ເພື່ອທີ່ຈະກຽມພ້ອມ
ໃຫ້ການຊ່ອຍເຫຼືອ ແກ່ປະຊາຊົນຜູ້ທີ່ຫລົບໜີ ທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆ.

ໃນຕົ້ນສັບປະດານີ້ ກອງກຳລັງຂອງອີຣັກ ໄດ້ເປີດສາກປະຕິບັດການຕ່າງຫາກ
ເພື່ອ​ຂັບ​ໄລ່ພວກນັກລົບລັດອິສລາມທີ່ຍັງຫລົງເຫຼືອ ຢູ່ໃນແຫ່ງຕ່າງໆຂອງແຂວງ
Anbar ທາງພາກຕາເວັນຕົກຂອງອີຣັກ. ພວກຫົວຮຸນແຮງເຫຼົ່ານັ້ນ ສ່ວນໃຫຍ່ແລ້ວ
ແມ່ນຈະຫລົບລີ້ ຢູ່ຕາມບໍລິເວນຊາຍແດນ ທີ່​ກົງກັນຂ້າມ ກັບເຂດແດນຂອງ ກຸ່ມລັດ
ອິສລາມ ໃນ​ເຂດຮ່ອມພູຂອງແມ່ນ້ຳຢູເຟຣຕິສ ທີ່ຍາວຢຽດຜ່ານເມືອງ Deir el-Zour
ຂຶ້ນ​ໄປ ແລະ ຫາເມືອງ Raqqa ທີ່ກຸ່ມດັ່ງກ່າວປະກາດໃຫ້ເປັນ​ເມືອງຫຼວງຂອງຕົນນັ້ນ.
ຫົວເມືອງທັງ​ສອງຂອງຊີເຣຍ ກໍເປັນສະຖານທີ່ມີ​ການ​ເປີດ​ສາກບຸກໂຈມຕີ ເພື່ອຂັບ​ໄລ່
ກຸ່ມລັດອິສລາມ ເຊັ່ນກັນ.

ພັນ​ເອກ Ryan Dillion ​ໂຄສົກ​ຂອງ​ກຳລັງ​ແນວ​ໂຮມ​ ພາຍ​ໃຕ້​ການ​ນຳພາ​ຂອງ
ສະຫະລັດ ໄດ້ກ່າວວ່າ “ດ້ວຍ​ຄວາມ​ວ່ອງ​ໄວ ຄວາມ​ສຳ​ເລັດ​ ຂອງກຳລັງຮັກສາ ຄວາມປອດໄພຂອງອີຣັກ ​ເມື່ອ​ບໍ່​ດົນ​ມານີ້ ​ແມ່ນ​ຊີ້​ໃຫ້​ເຫັນ​ແຮງ​ກະ​ຕຸ້ນ ທີ່​ກຳລັງ​
ຮັກສາ​ຄວາມ​ປອດ​ໄພ​ ຂອງ​ອີຣັກ​ ໄດ້​ຮັບ ​ໃນ​ການ​ບຸກ​ໂຈມ​ຕີ​ເພື່ອທຳລາຍ​ ກຸ່ມ
ລັດ​ອິສລາມ​ ໃນ​ອີຣັກ.”

ກ່ອນໜ້າການບຸກໂຈມຕີທີ່ເມືອງ Hawija ພັນເອກ Dillion ໄດ້ກ່າວວ່າ ກອງທັບ
ອາກາດ ຂອງອີຣັກ ໄດ້ຖິ້ມໃບປິວ ຫຼາຍລ້ານໃບ ຮຽກຮ້ອງໃຫ້ພວກນັກລົບ ລັດອິສລາມ ຍອມຈຳນົນເສຍ.

ເປັນເວລາເກືອບນຶ່ງສັບປະດາ ທີ່ເຮືອບິນລົບ ຂອງກຳລັງແນວໂຮມ ໄດ້ທຳການ
ໂຈມຕີ ທາງອາກາດ ທີ່ເມືອງ Hawija ໃສ່ເປົ້າໝາຍຂອງກຸ່ມລັດອິສລາມທີ່ເປັນອຸໂມງ
ຍານພາຫະນະ ອາວຸດຍຸດທະ​ພັນ ທີ່ຕັ້ງກອງ​ກຳລັງ ແລະສະຖານທີ່ຜະ ລິດລະເບີດ
ເປັນຕົ້ນ.

Iraq Islamic State
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG