ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຊາວ ເຄີດ ໃນ ອີຣັກ ຈະຈັດສັນແບ່ງປັນເອົາອຳນາດຈາກ ປະທານ ພາກພື້ນ ເຄີດ


ທ່ານ ມາຊຸດ ບາຊານີ ປະທານພາກພື້ນ ເຄີດ ຂອງ ອີຣັກ, ໃຫ້ສຳພາດກັບອົງການຂ່າວ ຣອຍເທີ ໃນເມືອງ ເອີບິລ, ອີຣັກ. 6 ກໍລະກົດ, 2017.
ທ່ານ ມາຊຸດ ບາຊານີ ປະທານພາກພື້ນ ເຄີດ ຂອງ ອີຣັກ, ໃຫ້ສຳພາດກັບອົງການຂ່າວ ຣອຍເທີ ໃນເມືອງ ເອີບິລ, ອີຣັກ. 6 ກໍລະກົດ, 2017.

ສະພາຂອງ ຊາວ ເຄີດ ໃນປະເທດ ອີຣັກ ຈະປະຊຸມກັນໃນວັນອາທິດມື້ນີ້ ເພື່ອຈະ
ແຍກເອົາອຳນາດອອກຈາກປະທານ ມາຊູດ ບາຊານີ ຜູ້ຊຶ່ງກຳລັງຖືກກົດດັນໃຫ້ລົງ
ຈາກຕຳແໜ່ງຢູ່ ລຸນຫຼັງການລົງປະຊາມະຕິເພື່ອຄວາມເປັນເອກກະລາດໃນເດືອນ
ແລ້ວນີ້.

ສະພາດັ່ງກ່າວ ໄດ້ຕັດສິນໃຈ ໂຈະກິດຈະການຂອງລັດຖະບານ ບາຊານີ ໄວ້ແຕ່
ວັນເສົາວານນີ້ແລ້ວ ແລະ ເວົ້າວ່າຈະອ່ານຖະແຫຼງການຈາກ ບາຊານີ ສູ່ຟັງ ໃນລະ
ຫວ່າງການປະຊຸມກັນ ທີ່ຈະມີຂຶ້ນ.

ເຖິງແມ່ນວ່າຈະໄດ້ມີການລົງຄະແນນສຽງ “ເຫັນດີ” ຢ່າງຖ້ວມລົ້ນຢູ່ໃນການລົງປະ
ຊາມະຕິນັ້ນກໍຕາມ ແຕ່ທ່ານ ບາຊານີ ກໍໄດ້ຢືນຢູ່ໃນທ່າໝັ້ນໜຽວ ລຸນຫຼັງກຳລັງຂອງ
ລັດຖະບານກາງໄດ້ເຄື່ອນໄຫວເຂົ້າຍຶດຄອງໄດ້ຄືນເມືອງນຶ່ງ ທີ່ຢູ່ໄກໆກັບເມືອງ
ເຄີຄຸກ ນັ້ນ.

ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ ອາລອາບາດີ ໄດ້ເອີ້ນການລົງປະຊາມະຕິນັ້ນ
ວ່າ ຜິດກົດໝາຍ ແລະໃນການຕອບໂຕ້ ທ່ານໄດ້ສົ່ງກຳລັງໄປຄຸ້ມຄອງຄືນ ເຂດທີ່ເປັນ
ບັນຫາໂຕ້ແຍ້ງກັນ ທີ່ຄວບຄຸມໂດຍຊາວເຄີດຢູ່ນັ້ນ.

ໃນບໍ່ຫຼາຍມື້ຜ່ານມານີ້ ລັດຖະບານຂອງເຂດ ເຄີດ ໃນ ອີຣັກ ໄດ້ສະເໜີໃຫ້ການລົງປະ
ຊາມະຕິຢູ່ໃນສະພາບບໍ່ເໜັງຕີງ ແລ້ວເລີ່ມຕົ້ນການເຈລະຈາກັບລັດຖະບານກາງ ໃນ
ນະຄອນຫຼວງແບກແດັດ ແຕ່ທ່ານ ອາບາດີ ບໍ່ຍອມຮັບເອົາຂໍ້ສະເໜີດັ່ງກ່າວ.

ທ່ານ ອາບາດີ ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ລັດຖະບານຂອງທ່ານຈະຮັບ
ເອົາແຕ່ພຽງການຍົກເລີກການລົງປະຊາມະຕິແຕ່ຢ່າງດຽວ ກັບການເຄົາລົບນັບຖືລັດ
ຖະທຳມະນູນຂອງປະເທດເທົ່ານັ້ນ.

ເຂດທີ່ກຳລັງຂອງ ອີຣັກ ຍຶດໄດ້ຄືນ ສ່ວນຫຼາຍແມ່ນຢູ່ໃນຄວາມຄຸ້ມຄອງຂອງ
ແບກແດັດ ໃນປີ 2014 ເວລາພວກລັດອິສລາມຍຶດເອົາໄປໝົດນັ້ນ. ພວກນັກຮົບຊາວ
ເຄີດ ເພັສເມີກາ ກັບກຳລັງປະສົມນາໆຊາດຍຶດເອົາດິນແດນດັ່ງກ່າວໄດ້ຄືນ ແລ້ວແຕ່
ນັ້ນມາຊາວ ເຄີດ ກໍໄດ້ຍຶດຄອງຂົງເຂດດ່ັງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG