ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ແລະລັດຖະບານຂອງຊາວເຄີດ ບັນລຸຂໍ້ຕົກລົງ ກ່ຽວກັບ ເມືອງຂອງຊາວຢາຊີດີ


ຕຶກອາຄານຖືກທຳລາຍ ແມ່ນເຫັນໄດ້ຢູ່ໃນເມືອງຊິນຈາຣ ທາງພາກເໜືອຂອງອີຣັກ, ວັນທີ 24 ພະຈິກ 2017.
ຕຶກອາຄານຖືກທຳລາຍ ແມ່ນເຫັນໄດ້ຢູ່ໃນເມືອງຊິນຈາຣ ທາງພາກເໜືອຂອງອີຣັກ, ວັນທີ 24 ພະຈິກ 2017.

ລັດຖະບານອີຣັກ ໄດ້ບັນລຸຂໍ້ຕົກລົງກັບ ລັດຖະບານທ້ອງຖິນຂອງເຄີດິສຖານ ຫຼື ເອີ້ນຫຍໍ້ວ່າ KRG ໃນດ້ານຄວາມປອດໄພຢູ່ໃນເມືອງຊິນຈາຣທາງພາກເໜືອຂອງອີຣັກ ອິງຕາມບັນດາເຈົ້າໜ້າທີ່ອີຣັກ ທີ່ໄດ້ກ່າວໃນວັນສຸກຜ່ານມານີ້.

ນາຍົກລັດຖະມົນຕີອີຣັກ ທ່ານມຸສຕາຟາ ອາລ-ຄາດີມີ ກ່າວວ່າ “ການສະໜັບສະໜຸນຂໍ້ຕົກລົງທີ່ເປັນປະຫວັດການນີ້ ຊຶ່ງຈະເສີມສ້າງກຳລັງອຳນາດຂອງລັດຖະບານໃນເມືອງຊິນຈາຣ ບົນພື້ນຖານຂອງລັດຖະທຳມະນູນ ໃນດ້ານຂອງການປົກຄອງແລະຄວາມໝັ້ນຄົງ” ອິງຕາມໂຄສົກຂອງທ່ານຄາດີມີ ທ່ານອາມາດ ມູລລາ ທາລາລ ທີ່ໄດ້ກ່າວໃນທວິດເຕີ້.

ທ່ານທາລາລ ໄດ້ກ່າວຕື່ມວ່າ ຂໍ້ຕົກລົງດັ່ງກ່າວ “ສິ້ນສຸດອຳນາດຂອງພວກກຸ່ມແຊກແຊງ ແລະແຜ້ວທາງໃຫ້ມີການບູລະນະຟື້ນຟູເມືອງ ແລະການກັບຄືນມາຢ່າງຄົບຖ້ວນຂອງປະຊາຊົນ ໃນການປະສານງານກັບລັດຖະບານທ້ອງຖິ່ນຂອງເຄີດດິສຖານ.”

ເມືອງຊິນຈາຣ ເປັນບ້ານເກີດຂອງສາສະໜາພວກຊາວຢາຊີດີກຸ່ມນ້ອຍ ທີ່ໄດ້ຖືກຍຶດໂດຍກຸ່ມລັດອິສລາມ ໃນປີ 2014 ເມື່ອກຸ່ມກໍ່ການຮ້າຍ ໄດ້ທຳການຂ້າລ້າງຊົນເຜົ່າຕໍ່ພວກຊາວຢາຊີດີ ໂດຍການສັງຫານພວກຜູ້ຊາຍຫຼາຍໆຄົນ ແລະຈັບເອົາພວກແມ່ຍິງແລະເດັກຍິງຢາຊີດີຫຼາຍພັນຄົນໄປເປັນຂ້າທາດ.

ພວກແມ່ຍິງແລະເດັກຍິງ ເກືອບ 3,000 ຄົນທີ່ໄດ້ຖືກລັກພາໂຕໄປ ແມ່ນຍັງຫາຍສາບສູນ ຫຼັງຈາກທີ່ຫຼາຍໆຄົນ ໄດ້ຖືກນຳໄປຂາຍເປັນຂ້າທາດ ໃນເຂດທີ່ຄວບຄຸມໂດຍກຸ່ມລັດອິສລາມ ອິງຕາມອົງການສະຫະປະຊາຊາດ.

ນັບຕັ້ງແຕ່ກຳລັງທະຫານ ໄດ້ເອົາຊະນະກຸ່ມລັດອິສລາມ ຫຼາຍໆກຸ່ມ ໄດ້ແຍ່ງຊິງເພື່ອອ້າງເອົາກຳມະສິດເມືອງຂອງຊາວຢາຊີດີ ທີ່ລວມທັງກອງກຳລັງຂອງອີຣັກ ກຸ່ມເພສເມີກາຂອງຊາວເຄີດ ກຸ່ມທະຫານບ້ານຊາວຊີໄອ້ ແລະກຸ່ມຕິດອາວຸດທີ່ເຂົ້າຮ່ວມກັບ ກຸ່ມກໍ່ການຮ້າຍພັກກຳມະກອນຂອງເຄີດິສຖານ ຫຼື້ PKK ທີ່ມີຫ້ອງການຕັ້ງຢູ່ໃນທີກີ.

ຄວາມເຄັ່ງຕຶງພາຍກຸ່ມທີ່ກ່າວມານີ້ ໄດ້ມີລາຍງານວ່າ ເປັນຫາເຫດກໍ່ໃຫ້ເກີດມີຄວາມທ້າທ້າຍໃນດ້ານຄວາມປອດໄພຢູ່ໃນເມືອງຊິນຈາຣ ໂດຍເຮັດໃຫ້ການກັບຄືນສູ່ບ້ານເກີດຂອງພວກຊາວຢາຊີດີທີ່ລອດຊີວິດ ຫຼາຍພັນຄົນນັ້ນ ຊັກຊ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG