ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວເຄີດ ອີຣັກ ໄດ້ບຸກເຂົ້າໄປໃນ ສະພາ ຫຼັງຈາກຜູ້ນຳຂອງຕົນ ໄດ້ລົງຈາກຕຳແໜ່ງ


ຕຶກອາຄານ ສະພາຂອງອີຣັກ ໃນຂົງເຂດ ເຄີດິສຖານ ສາມາດ
ເຫັນໄດ້ໃນເມືອງ Irbil, ທາງພາກເໜືອ ຂອງອີຣັກ, ວັນທີ 29
ຕຸລາ 2017.
ຕຶກອາຄານ ສະພາຂອງອີຣັກ ໃນຂົງເຂດ ເຄີດິສຖານ ສາມາດ ເຫັນໄດ້ໃນເມືອງ Irbil, ທາງພາກເໜືອ ຂອງອີຣັກ, ວັນທີ 29 ຕຸລາ 2017.

ພວກປະທ້ວງຈຳນວນນຶ່ງ ຢູ່ໃນເມືອງເອີບີລຂອງອີຣັກ ໄດ້ບຸກເຂົ້າຕຶກອາຄານຂອງ
ສະພາ ໃນວັນອາທິດວານນີ້ ຫຼັງຈາກຜູ້ນຳຊາວເຄີດຂອງອີຣັກ ທ່ານມາຊູດ ບາຊານີ
ໄດ້ປະກາດວ່າ ທ່ານຈະກ້າວລົງຈາກການເປັນປະທານ ຂອງຊາວເຄີດ ທີ່ປົກຄອງ
ຕົນເອງ ຢູ່ຂົງເຂດທາງພາກເໜືອຂອງອີຣັກນັ້ນແລ້ວ.

ພາບຖ່າຍຈາກວີດີໂອ ສະແດງໃຫ້ເຫັນ ປະທານາທິບໍດີ ຂອງຊາວເຄີດ ທ່ານ Masoud Barzani ກ່າວຖະແຫລງຜ່ານໂທລະພາບ ໃນເມືອງ Irbil ຂອງອີຣັກ, ວັນທີ 29 ຕຸລາ 2017.
ພາບຖ່າຍຈາກວີດີໂອ ສະແດງໃຫ້ເຫັນ ປະທານາທິບໍດີ ຂອງຊາວເຄີດ ທ່ານ Masoud Barzani ກ່າວຖະແຫລງຜ່ານໂທລະພາບ ໃນເມືອງ Irbil ຂອງອີຣັກ, ວັນທີ 29 ຕຸລາ 2017.


ພວກຊາວເຄີດທີ່ບໍ່ພໍໃຈ ໄດ້ພາກັນໂຈມຕີທຳຮ້າຍບັນດາສະມາຊິກສະພາ ແລະ ນັກຂ່າວ
ທັງຫຼາຍຢູ່ພາຍໃນອາຄານດັ່ງກ່າວ ໃນຂະນະດຽວກັນ ຝຸງຊົນຢູ່ດ້ານນອກ ກໍໄດ້ໂບກທຸງ
ຂອງຊາວເຄີດ ໃນການສະແດງອອກເຖິງການສະໜັບສະໜູນ ທ່ານບາຊານີ.

ໃນການກ່າວຖະແຫລງທີ່ຖ່າຍທອດອອກໂທລະພາບນັ້ນ ທ່ານບາຊານີ ໄດ້ປະກາດເຖິງ
ການລາອອກຈາກຕຳແໜ່ງ ນັບຕັ້ງແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ. ທ່ານຂໍຮ້ອງໃຫ້
ສະພາຍົກເລີກຕຳແໜ່ງຂອງປະທານ ແລະ ໃຫ້ແບ່ງໜ້າທີ່ຕ່າງໆ ພາຍໃນບັນດາ ນາຍົກ
ລັດຖະມົນຕີ ຊາວເຄີດ ສະພາ ແລະ ກະຊວງຍຸຕິທຳ.

ທ່ານບາຊານີ ໄດ້ກ່າວອີກວ່າ ລັດຖະບານຂອງອີຣັກ ໃຊ້ການລົງປະຊາມະຕິ ເພື່ອຄວາມ
ເປັນເອກະລາດຂອງຊາວເຄີດເມື່ອເດືອນກັນຍາ ເປັນ “ຂໍ້ອ້າງ” ເພື່ອຍຶດຄືນ ເຂດແດນ
ສ່ວນໃຫຍ່ທີ່ຊາວເຄີດປົກຄອງມາໄດ້ຫຼາຍປີ ຫຼັງຈາກທີ່ ກຳລັງຂອງເປຊເມີກາ ແລະ ກຸ່ມ
ພັນທະມິດ ໄດ້ຂັບໄລ່ພວກຫົວຮຸນແຮງລັດອິສລາມ ຜູ້ທີ່ໄດ້ເຂົ້າຍຶດເອົາເນື້ອທີ່ ອັນກວ້າງ
ໃຫຍ່ ທາງພາກເໜືອຂອງອີຣັກໃນປີ 2014 ອອກໄປແລ້ວນັ້ນ. ການລົງປະຊາມະຕິນັ້ນ
ໄດ້ສົ່ງຜົນໃຫ້ມີຊາວເຄີດອີຣັກ ຫຼາຍກວ່າ 92 ສ່ວນຮ້ອຍ ເລືອກເອົາການເປັນເອກະລາດ.

Iraq Kurdish Politics
please wait
Embed

No media source currently available

0:00 0:01:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG