ມີຜູ້ເສຍຊີວິດຢ່າງນ້ອຍ 53 ຄົນໃນອັນທີ່ປະກົດວ່າ ເປັນການໂຈມຕີສະຫຼະຊີບຕໍ່ພວກສະ
ແຫວງບຸນຊີໄອທ໌ກຸ່ມນຶ່ງໃກ້ໆເມືອງບາສຣາ ໃນພາກໃຕ້ຂອງປະເທດອີຣັກ.
ຕຳຫຼວດແລະພວກນາຍໝໍກ່າວວ່າ ມີປະມານບໍ່ຕໍ່າກວ່າ 100 ຄົນໄດ້ຮັບບາດເຈັບໃນການ
ໂຈມຕີດ້ວຍລະເບີດ ທີ່ມີຂຶ້ນໃກ້ໆກັບດ່ານກວດຂອງຕຳຫຼວດແຫ່ງນຶ່ງທີ່ຕັ້ງຢູ່ເທິງເສັ້ນທາງ
ໄປຍັງສະຖານທີ່ສັກສິດຂອງສາສະໜາອິສລາມນິກາຍຊີໄອທ໌.
ການໂຈມຕີທີ່ວ່ານີ້ ມີຂຶ້ນໃນຂະນະທີ່ພວກສະແຫວງບຸນຈຳນວນຫຼວງຫຼາຍພາກັນເດີນທາງ
ໄປຍັງສະຖານທີ່ສັກສິດດັ່ງກ່າວ ໃກ້ໆເມືອງບາສຣາ ເພື່ອເຂົ້າຮ່ວມພິທີ ໃນການສິ້ນສຸດລົງ
ຂອງການໄວ້ທຸກປະຈຳປີ. ມີການຮັກສາຄວາມປອດໄພ ຢ່າງເຄັ່ງຄັດ ເນື່ອງຈາກໄດ້ມີການ
ໂຈມຕີເປັນລຳດັບມາຕໍ່ພວກສະແຫວງບຸນຊາວຊີໄອທ໌ໃນໄລຍະສອງສາມອາທິດຜ່ານມານີ້.
ມີຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງຊາວມຸສລິມນິກາຍຊີໄອທ໌ແລະນິກາຍຊຸນນີ່ຢູ່ໃນອີຣັກໂດຍ
ສະເພາະແລ້ວນັບແຕ່ໄດ້ມີການຖອນທະຫານອະເມຣິກັນອອກຈາກປະເທດດັ່ງກ່າວໃນທ້າຍ
ປີກາຍນີ້.