ສະຫະລັດ ໄດ້ວາງມາຕະການລົງໂທດຕໍ່ຜູ້ນຳຂອງກຸ່ມທະຫານບ້ານຕິດອາວຸດ ອີຣັກ ທີ່ໜູນຫລັງໂດຍອີຣ່ານ 3 ຄົນໃນວັນສຸກວານນີ້ ຍ້ອນການມີບົດບາດທີ່ຖືກກ່າວຫາຂອງເຂົາເຈົ້າໃນການປາບປາມພວກປະທ້ວງທີ່ໄດ້ເຮັດໃຫ້ອີຣັກສັ່ນສະເທືອນນັ້ນ.
ພວກຜູ້ນຳຂອງກຸ່ມຕິດອາວຸດດັ່ງກ່າວ ຖືກກ່າວຫາວ່າໄດ້ອອກຄຳສັ່ງໃຫ້ກຳລັງທະຫານຍິງປືນໃສ່ພົນລະເຮືອນທີ່ກຳລັງປະທ້ວງຕ້ານການສໍ້ລາດບັງຂອງລັດຖະບານ ແລະໄພຫວ່າງງານສູງຢູ່ນັ້ນ. ນັບແຕ່ການປະທ້ວງໄດ້ເລີ້ມຂຶ້ນໃນເດືອນຕຸລາເປັນຕົ້ນມາ ມີລາຍງານວ່າ ມີພວກປະທ້ວງປະມານ 400 ຄົນ ຖືກສັງຫານໂດຍກຳລັງຮັກສາຄວາມສະຫງົບ.
"ການຕໍ່ຕ້ານລັດຖະບານ ແລະການປະທ້ວງຢ່າງສັນຕິແບບເປີດເຜີຍ ຄືອົງປະກອບອັນເປັນພື້ນຖານສຳຄັນຂອງທຸກປະເທດທີ່ມີປະຊາທິປະໄຕ,” ນັ້ນຄືຄຳເວົ້າຂອງທ່ານສຕີຟເວັນ ມນຸດຈິນ (Steven Mnuchin), ລັດຖະມົນຕີກະຊວງການເງິນຂອງສະຫະລັດທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງທີ່ປະກາດການລົງໂທດອອກມາໃນວັນສຸກວານນີ້.
ໃນຖະແຫລງການສະບັບຕໍ່ມາ, ທ່ານ ໄມຄ໌ ພອມພຽວ (Mike Pompeo), ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດເວົ້າວ່າ "ປະຊາຊົນອີຣັກຢາກໄດ້ປະເທດກັບຄືນມາ ... ພວກເຂົາເຈົ້າໄດ້ຮຽກຮ້ອງໃຫ້ມີການປະຕິຮູບຢ່າງທ່ອງແທ້ ແລະມີພວກຜູ້ນຳທີ່ມີຄວາມຮັບຜິດຊອບ ແລະໜ້າເຊື່ອຖືໄດ້ຜູ້ທີ່ຈະເອົາຜົນປະໂຫຍດຂອງອີຣັກໄວ້ເໜືອສິ່ງໃດໝົດ. ຄຳຮຽກຮ້ອງເຫລົ່ານັ້ນຄວນ ໄດ້ຮັບການຕອບສະໜອງໂດຍບໍ່ມີການໃຊ້ຄວາມຮຸນແຮງຫລືການປາບປາມ."
ການລົງໂທດແມ່ແນເປົ້າໝາຍໃສ່ສອງອ້າຍນ້ອງ ຄືທ່ານ ເຄສ໌ ອາລ-ຄາຊາລີ (Qais al-Khazali) ແລະທ່ານເລດ ອາລ-ຄາຊາລີ (Laith al-Khazali) ຈາກກຸ່ມທະຫານບ້ານຕິດອາວຸດ ອາເຊບ ອາລ ອາລ-ແຮັກ (Asaib Ahl al-Haq) ຊຶ່ງເປັນກຸ່ມຕິດອາວຸດທີ່ໄດ້ຮັບການໜູນຫລັງຈາກອີຣ່ານ ພ້ອມທັງທ່ານ ຮູເຊນ ຟາລີ ອາຊິສ ອາລ-ລາມີ (Husayn Falih Aziz al-Lami) ຜູ້ທີ່ຖືກກ່າວຫາ ວ່າ ເປັນຜູ້ບໍລິຫານກຸ່ມທະຫານຕິດອາວຸດ ໂດຍຕາງໜ້າໃຫ້ແກ່ກອງທັບພິທັກປະຕິວັດຂອງອີຣ່ານ.
ລັດຖະບານທ່ານທຣຳ ຈະພິຈາລະນາ ວາງມາດຕະການລົງໂທດເພີ້ມອີກ ຖ້າ ການກໍ່ຄວາມຮຸນແຮງຕໍ່ພວກປະທ້ວງຊາວອີຣັກຫາກບໍ່ຍຸຕິລົງ, ອີງຕາມທ່ານ ເດວິດ ຈເຊັນເກີ້ (David Schenker), ລັດຖະມົນຕີຊ່ວຍຂອງກະຊວງການຕ່າງປະເທດຮັບຜິດຊອບວຽກງານໃນຂົງເຂດຕາເວັນອອກໃກ້.
ທ່ານ ຈເຊັນເກີ້ (Schenker) ກ່າວຕໍ່ພວກນັກຂ່າວໃນວັນສຸກວານນີ້ວ່າ "ພວກເຮົາໄດ້ເຮັດສຳເລັດແລ້ວ. ອັນນີ້ຄືຂັ້ນຕອນທີ່ກຳລັງດຳເນີນໄປຢູ່.”
ມາດຕະການລົງໂທດຍັງໄດ້ແນເປົ້າໝາຍໃສ່ທ່ານ ຄາມິສ ອາລ-ຄານຈາ (Khamis al-Khanjar), ນັກທຸລະກິດອີຣັກຄົນນຶ່ງອີກດ້ວຍ ຍ້ອນຖືກກ່າວຫາວ່າໃຫ້ສິນບົນ ແລະສໍ້ລາດບັງຫລວງ.
ການລົງໂທດແມ່ນອະນຸຍາດໃຫ້ລັດຖະບານຂອງສະຫະລັດ ສາມາດກັກຊັບສິນ ຂອງພວກຜູ້ຊາຍດັ່ງກ່າວທີ່ອາດມີຢູ່ໃນສະຫະລັດບໍ່ສາມາດເຄື່ອນໄຫວໄດ້ ແລະຫ້າມຊາວອາເມຣິກັນບໍ່ໃຫ້ເຮັດທຸລະກິດກັບເຂົາເຈົ້າ.