ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ Shiite ອີຣັກ ຫຼາຍ​ພັນ​ຄົນ ​ເຕົ້າ​ໂຮມ​ກັນ ​ທີ່​ເມືອງ Karbala


ພວກທີ່ນັບຖືສາສະໜາອິສລາມ ນິກາຍຊີໄອທ໌ ຈຳນວນຫຼາຍພັນຄົນ ພາກັນຍ່າງໄປຍັງເມືອງສັກສິດ Karlaba.
ພວກທີ່ນັບຖືສາສະໜາອິສລາມ ນິກາຍຊີໄອທ໌ ຈຳນວນຫຼາຍພັນຄົນ ພາກັນຍ່າງໄປຍັງເມືອງສັກສິດ Karlaba.
ທີ່​ປະ​ເທດ​ອີຣັກ ຊາວ​ມຸສລິ​ມນິກາຍ Shiite ຈຳນວນ​ຫຼາຍໆ​ພັນ​ຄົນ​ໄດ້ໄປ​ເຕົ້າ​ໂຮມ​ກັນ​ທີ່​ເມືອງສັກສິດ Karbala ​ເມື່ອ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ເປັນ​ການ​ສິ້ນ​ສຸດ​ການ​ໄວ້​ທຸກ​ເປັນ​ເວລາ 40 ມື້ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ ຫຼານ​ຊາຍ​ພະ​ສາ​ສະ​ດາມູຮໍາ​ມັດຄື​ Imam Hussein ​ໃນ​ສັດຕະວັດ​ທີ່​ເຈັດ​ນັ້ນ.

ການສະ​ເຫຼີມສະຫຼອງ​ໄດ້​ດໍາ​ເນີນ​ໄປ​ເຖິງ​ຈຸດສຸດ​ຍອດ ​ໃນ​ຂະນະ​ທີ່​ບັນດາ​ພວກສະ​ແຫວ​ງບຸນ​ໄດ້​ເດີນທາງໄປເຖິງ​ພາຍ​ໃຕ້​ການ​ຮັກສາ​ຄວາມ​ປອດ​ໄພ​ທີ່ຢ່າງ​ເຄັ່ງ​ຄັດ ຫຼັງຈາກ​ໄດ້​ພາກັນເດີນທາງ 80 ກິ​ໂລ​ແມັດ​ຈາກ​ນະຄອນ ຫຼວງ​ແບັກ​ແດັດ ​ແລະແຂວງ​ອື່ນໆ ​ເພື່ອ​ເຂົ້າຮ່ວມ​ບຸນ Arbaeen ທີ່​ເມືອງ Karbala ດັ່ງກ່າວ​.

ພວກ​ກະບົດ​ເຄີຍ​ໄດ້​ທໍາ​ການ​ໂຈມ​ຕີ​ຊາວ Shi’ite ຫຼາຍໆ​ບັ້ນ ​ໃນ​ລະຫວ່າງ​ບຸນ Arbaeen.

ຕອນ​ບ່າຍ​ວັນ​ພຸດ​ວານ​ນີ້ ລະ​ເບີດ​ລົດ​ຄັນ​ນຶ່ງ ໄດ້ແຕກ​ໃສ່​ພວກ​ສະ​ແຫວ​ງ ບຸນ​ຈຸນຶ່ງ ​ທີ່​ໄດ້​ສັງຫານ​ສອງ​ຄົນ.

ການເສຍ​ຊີວິດ​ຂອງ Imam Hussein ​ແມ່ນ​ເຮັດ​ໃຫ້​ເກີດ​ການແຕກ​ແຍກ ກັນ​ຢ່າງ​ເປັນ​ການ​ຖາວອນ​ລະຫວ່າງ​ຊາວ​ມຸສລິ​ມນິກາຍ Shi’ite ​ແລະນິ ກາຍ Sunni.
XS
SM
MD
LG