ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງອີຣັກ ເລີ້ມບຸກໂຈມຕີ ຄັ້ງໃຫຍ່ ເພື່ອຍຶດ​ ເອົາເມືອງ Fallujah ຈາກລັດອິສລາມ


ກອງກຳລັງຮັກສາຄວາມປອດໄພຂອງອີຣັກ ໜູນຫຼັງໂດຍ ກຳລັງນັກລົບ ນິກາຍ Shi'ite ແລະ ນິກາຍ Sunni ທີ່ສະໜັບສະໜູນລັດຖະບານອີຣັກ ກຽມພ້ອມທີ່ຈະໂຈມຕີ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນເມືອງ Fallujah, ຫ່າງຈາກນະຄອນຫຼວງແບັກແດັດ ກ້ຳຕາເວັນຕົກ 65 ກິໂລແມັດ, ວັນຈັນ ທີ 13 ກໍລະກົດ 2015.
ກອງກຳລັງຮັກສາຄວາມປອດໄພຂອງອີຣັກ ໜູນຫຼັງໂດຍ ກຳລັງນັກລົບ ນິກາຍ Shi'ite ແລະ ນິກາຍ Sunni ທີ່ສະໜັບສະໜູນລັດຖະບານອີຣັກ ກຽມພ້ອມທີ່ຈະໂຈມຕີ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນເມືອງ Fallujah, ຫ່າງຈາກນະຄອນຫຼວງແບັກແດັດ ກ້ຳຕາເວັນຕົກ 65 ກິໂລແມັດ, ວັນຈັນ ທີ 13 ກໍລະກົດ 2015.

ກອງກຳລັງຂອງອີຣັກ ໄດ້ເປີດສາກການບຸກໂຈມຕີຄັ້ງໃຫຍ່ ເພື່ອຍຶດ​ ເອົາເມືອງ Fallujah ຄືນ ຊຶ່ງ​ເປັນ​ທີ່​ໝັ້ນອັນ​ເຂັ້ມ​ແຂງ​ຂອງກຸ່ມລັດອິສລາມ ​ເຮັດ​ໃຫ້ການປິດລ້ອມເມືອງດັ່ງກ່າວ ເປັນເວລາຫຼາຍເດືອນ ສິ້ນສຸດ​ລົງ.

Fallujah ເປັນເມືອງທຳອິດ ຢູ່ໃນອີຣັກ ທີ່ຕົກເປັນຂອງພວກຫົວຮຸນແຮງຈັດລັດອິສລາມ ໃນເດືອນມັງກອນ ປີ 2014 ແລະ ກຸ່ມດັ່ງກ່າວໄດ້ຕັ້ງຄ້າຍ​ຢ່າງ​ເຂັ້ມ​ແຂງ​ຢູ່​ໃນ​ເມືອງ​ນີ້.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ.
ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ໄດ້ກ່າວວ່າ ກອງກຳລັງຂອງອີຣັກ ໄດ້ “ເຂົ້າສູ່ຊ່ວງເວລາ ຂອງການ​ໄດ້​ຮັບໄຊ ຊະນະທີ່ຍິ່ງໃຫຍ່ແລ້ວ.”

ທ່ານ Abadi ໄດ້ປະກາດຜ່ານທາງໂທລະພາບທົ່ວປະເທດ ໃນຕອນຄ່ຳວັນອາທິດວານນີ້ ວ່າ “ທຸງຊາດຂອງອີຣັກ ຈະຖືກຊັກຂຶ້ນ ຢູ່​ທີ່​ເມືອງ Fallujah.”

ນາຍົກລັດຖະມົນຕີ ຜູ້ທີ່ສູ້ຊົນຕໍ່ການຕຳນິ ໂດຍ ບັນດາຜູ້ບັນຊາການ ທະຫານ ທີ່ສຳຄັນໆ ຂອງປະເທດ ແລະ ກອງກຳລັງຕໍ່ຕ້ານພວກກໍ່ການຮ້າຍ ຢືນຢູ່ຄຽງຂ້າງ ໃນຂະນະທີ່ ທ່ານໄດ້ກ່າວຄຳຖະແຫລງຢູ່ນັ້ນ.

ທະຫານຂອງອີຣັກ ໄດ້ຮຽກຮ້ອງ​ໃຫ້ພົນລະເມືອງ ທີ່ຕົກຄ້າງຢູ່ໃນເມືອງດັ່ງກ່າວ ໃຫ້ປັກທຸງ ສີຂາວ ໝາຍສະຖານທີ່ຂອງພວກຕົນ.

ແຜນທີ່ ປະເທດອີຣັກ ສະແດງໃຫ້ເຫັນ ເຂດເມືອງ Fallujah
ແຜນທີ່ ປະເທດອີຣັກ ສະແດງໃຫ້ເຫັນ ເຂດເມືອງ Fallujah

ມີພຽງ​ບໍ່​ເທົ່າ​ໃດ​ຄອບຄົວ ທີ່ສາມາດຫລົບໜີອອກ​ໄປໄດ້ ຈາກເມືອງດັ່ງກ່າວ ໃນ​ໄລຍະ ສອງສາມເດືອນທີ່ຜ່ານມາ ເຖິງແມ່ນວ່າ ລັດຖະ ບານພະຍາຍາມ ເປີດເສັ້ນທາງ ທີ່ ປອດໄພຫຼາຍສາຍກໍ່ຕາມ. ບາງສ່ວນໄດ້ຖືກຢຸດໂດຍພວກຫົວຮຸນແຮງລັດອິສລາມ ສ່ວນພວກຄົນອື່ນໆ ໄດ້ຖືກຂ້າຕາຍໂດຍລະເບີດ ທີ່ໄດ້ຫ້າງໄວ້ຕາມເສັ້ນທາງຕ່າງໆ.

ປະຕິບັດການ ເພື່ອຍຶດ​ເອົາເມືອງ Fallujah ຄືນ ແມ່ນໄດ້ເປັນທີ່ຄາດກັນໄວ້ແລ້ວ ທີ່ ຈະປະກອບດ້ວຍກອງກຳລັງຂອງອີຣັກ ຫຼາຍພາກສ່ວນ ລວມທັງກອງທັບບົກ ໜ່ວຍ ທະຫານຕໍ່ຕ້ານພວກກໍ່ການຮ້າຍ ພວກນັກລົບອາສາສະໝັກນິກາຍ Sunni ແລະ ພວກທະຫານບ້ານທີ່ເກັ່ງກ້າ ນິກາຍ Shi’ite.

ເມືອງ Fallujah ດັ່ງເດີມແມ່ນເປັນທີ່ໝັ້ນຂອງນິກາຍ Sunni.

ການໂຈມຕີທາງອາກາດຂອງສະຫະລັດ ໄດ້ຖະຫລົ່ມ ເປົ້າໝາຍຕ່າງໆຂອງລັດອິສລາມ ທັງຢູ່ໃນ ແລະ ອ້ອມແອ້ມເມືອງດັ່ງກ່າວ ເປັນເລລາຫຼາຍສັບປະດາມາ​ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iraq Fallujah
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG