ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັກຄີໄພ ໃນອີຣັກ


ອັກຄີໄພ ທີ່ໂຮງແຮມແຫ່ງນຶ່ງ ໃນພາກເໜືອອີຣັກ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 30 ຄົນ ຮວມທັງ ຊາວຕ່າງປະເທດ ຈຳນວນນຶ່ງ ແລະໄດ້ຮັບບາດເຈັບ ອີກບໍ່ຕໍ່າກວ່າ 23 ຄົນ.

ເຈົ້າໜ້າທີ່ທ້ອງຖິ່ນ ກ່າວໃນວັນສຸກ ມື້ນີ້ວ່າ ມີທັງພວກ ແມ່ຍິງ ແລະເດັກນ້ອຍ ເສຍຊີວິດ ໃນອັກຄີໄພ ຄັ້ງນີ້ ຊຶ່ງໄດ້ເລີ້ມລຸກໄໝ້ ໃນຕອນກາງຄືນ ໃນເຂດໃຈກາງ ເມືອງ SULAIMANIYAH. ເຈົ້າໜ້າທີ່ເວົ້າວ່າ ມີຢ່າງນ້ອຍ 3 ຄົນ ເສຍຊີວິດ ຍ້ອນໄດ້ ໂດດລົງມາ ຈາກຊັ້ນທີ 3 ຂອງໂຮງແຮມ ເພື່ອຫຼົບໜີໄຟໄໝ້.

ເຈົ້າໜ້າທີ່ ກ່າວຊີ້ແຈງ ຕື່ມວ່າ ອັກຄີໄພ ທີ່ໂຮງແຮມ SOMA ມີທ່າທາງວ່າ ຈະມີສາເຫດ ມາຈາກບັນຫາ ກ່ຽວກັບໄຟຟ້າ.

XS
SM
MD
LG