ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີຣັກຄາດວ່າ ຈະປະກາດ ການສິ້ນສຸດ ໃນການປະຕິບັດງານສູ້ລົບ ຂອງສະຫະລັດ


ປະຊາຊົນ ແລະກຳລັງຮັກສາຄວາມປອດໄພ ເຕົ້າໂຮມກັນຢູ່ ບ່ອນວາງລະເບີດ ທີ່ຕະຫຼາດ ວາເຮລັດ ໃນເມືອງຊາເດີ ປະເທດ ອີຣັກ ວັນທີ 19 ພຶດສະພາ 2021.
ປະຊາຊົນ ແລະກຳລັງຮັກສາຄວາມປອດໄພ ເຕົ້າໂຮມກັນຢູ່ ບ່ອນວາງລະເບີດ ທີ່ຕະຫຼາດ ວາເຮລັດ ໃນເມືອງຊາເດີ ປະເທດ ອີຣັກ ວັນທີ 19 ພຶດສະພາ 2021.

ບັນດາສະມາຊິກແທນຂັ້ນສູງຂອງອີຣັກ ຄາດວ່າ ຈະບັນລຸຂໍ້ຕົກລົງ ໃນວັນສຸກມື້ນີ້ກັບ
ລັດຖະບານປະທານາທິບໍດີໄບເດັນ ເພື່ອເສັດສິ້ນການປະຕິບັດງານສູ້ລົບຂອງສະຫະ
ລັດຢູ່ໃນອີຣັກ ນັ້ນຄືຄຳເວົ້າ ຂອງລັດຖະມົນຕີຕ່າງປະເທດອີ ຣັກ ໄດ້ກ່າວຕໍ່ວີໂອເອ
ໃນວັນພະຫັດວານນີ້.

ຢູ່ໃນການໃຫ້ສຳພາດພິເສດ ກັບພະແນກພາສາເຄີດ ຂອງວີໂອເອ ລັດຖະມົນຕີ ຕ່າງ
ປະເທດອີຣັກ ທ່ານຟູອາດ ຮຸສເຊນ (Fuad Hussein) ໄດ້ຫາລື ກ່ຽວກັບ ຂໍ້ສະເໜີ
ໃນການຮ່ວມມື ລະຫວ່າງປະເທດຂອງທ່ານ ແລະກຳລັງສະຫະລັດ ເວລາໃດຂໍ້ຕົກລົງ
ໄດ້ບັນລຸກັນ ໂດຍສະເພາະຢູ່ໃນການສູ້ລົບຕ້ານກຸ່ມລັດອິສລາມ.

ທ່ານຮຸສເຊນ ກ່າວຕໍ່ວີໂອເອ ວ່າ “ໃນຄວາມຄິດຂອງຂ້າພະເຈົ້າ ພວກເຮົາຈະ ບັນລຸຂໍ້
ຕົກລົງໃນວັນສຸກນີ້ ແລະຕໍ່ຈາກນັ້ນ ຂ້າພະເຈົ້າກໍຈະປະກາດວ່າ ກຳລັງ ສູ້ລົບ (ອາເມຣິ
ກາ) ຂ້າພະເຈົ້າເວົ້າ ກ່ຽວກັບກຳລັງສູ້ລົບ ຈະບໍ່ຢູ່ໃນອີຣັກຕໍ່ໄປແລ້ວ ແຕ່ເຂົາເຈົ້າຈະບໍ່ຢູ່
ຢ່າງໃດ ແລະເວລາໃດຈະຖືກຖອນອອກໄປນັ້ນແມ່ນ ກ່ຽວຂ້ອງກັບຂໍ້ຕົກລົງໃນກຳນົດ
ເວລາ ໂດຍທັງສອງຝ່າຍ ພ້ອມທັງເລື້ອງເທັກ ນິກ ແລະບັນຫາອື່ນໆທີ່ພົວພັນກັບຄວາມ
ປອດໄພ ຂອງກອງກຳລັງດັ່ງກ່າວ.”

ການຫາລືຢູ່ວໍຊິງຕັນ ມີຂຶ້ນພຽງບໍ່ເທົ່າໃດມື້ ກ່ອນກອງປະຊຸມ ໃນມື້ວັນຈັນ ລະຫວ່າງປະ
ທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະນາຍົກລັດຖະມົນຕີອີ ຣັກ ທ່ານມຸສຕາຟາ
ອາລ-ຄັດດີມີ (Mustafa al-Kadhimi) ຢູ່ທຳນຽບຂາວ. ທັງສອງມີແຜນທີ່ຈະສົນທະ
ນາຫົວຂໍ້ຢ່າງກວ້າງຂວາງ ຮວມທັງການຮວມ ມືດ້ານການເມືອງ ເສດຖະກິດ ຄວາມປອດ
ໄພ ແລະບັນດາວັດທະນາທຳ. ທ່ານຮຸສເຊນ ໃນວັນສຸກມື້ນີ້ ຈະພົບປະກັບລັດຖະມົນຕີ
ຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (Anthony Blinken) ເຈົ້າໜ້າທີ່ອີກ
ຣັກກ່າວຕໍ່ວີໂອ ເອວ່າ ການຫາລືຂອງເຂົາເຈົ້າ “ຈະມີຫຼາຍບັນຫາ ຮວມທັງເລື້ອງນໍ້າມັນ ພະລັງ ງານ ໄຟຟ້າ ແກັສ ວັດທະນາທຳ ສຸຂະພາບ ທະຫານ ແລະຄວາມປອດ
ໄພ ແລະການເງິນ.”

ໃນຕົ້ນອາທີິດນີ້ ຜູ້ວາງລະເບີດສະຫຼະຊີບຄົນນຶ່ງໄດ້ບີບຄະນວນລະເບດໃຫ້ແຕກຂຶ້ນ ຢູ່
ໃນນະຄອນຫຼວງອີຣັກ ສັງຫານ 34 ຄົນ. ການໂຈມຕີ ຊຶ່ງໄດ້ອ້າງເອົາຄວາມຮັບຜິດຊອບ
ໂດຍກຸ່ມລັດອິສລາມ ຊຶ່ງເປັນຄວາມຮຸນແຮງແບບທີ່ກຳລັງ ອີຣັກ ໄດ້ຮັບເຝິກແອບມາ
ແລະປະກອບອາວຸດໃຫ້ໂດຍສະຫະລັດ ທີ່ພວກເຂົາ ພະຍາຍາມຈະສະກັດກັ້ນນັ້ນ.

ເວລາມີການຖາມ ກ່ຽວກັບການຂົ່ມຂູ່ຈາກກຸ່ມລັດອິສລາມ ທ່ານຮຸສເຊນກ່າວວ່າ “ຕາມ
ທຳມະດາແລ້ວ ການຮັກສາຄວາມປອດໄພ ແລະເລື້ອງທະຫານ ຈະເປັນ ເລື້ອງສຳຄັນ
ໃນການຫາລືກັນ. ອາເມຣິກາແລະອີກຣັກໄດ້ເປັນພັນທະມິດ ແລະ ຈະເປັນພັນທະມິດ
ຕໍ່ໄປ ໃນການຕ້ານກຸ່ມລັດອິສລາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG