ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢ່າງນ້ອຍ 10 ຄົນ ເສຍຊີວິດ ຍ້ອນ ເຫດລະເບີດ ຢູ່ອີຣັກ (ສະໄລດ໌/ວີດີໂອ)


Irag Election VO
please wait
Embed

No media source currently available

0:00 0:01:04 0:00
ລະເບີດ 2 ລູກໄດ້ແຕກຂຶ້ນໃນປະເທດອີຣັກເຮັດໃຫ້ມີຜູ້ເສຍ
ຊີວິດຢ່າງນ້ອຍ 10 ຄົນ ນຶ່ງມື້ ຫລັງຈາກປະເທດດັ່ງກ່າວ ໄດ້
ຈັດໃຫ້ມີການເລືອກຕັ້ງເທື່ອທຳອິດ ນັບ​ຕັ້ງ​ແຕ່​ສະ​ຫະລັດ​ໄດ້
ຖອນກອງ​ທະຫານອອກໄປ ໃນ​ທ້າຍ​ປີ 2011.

ເຫດລະເບີດໃນວັນອັງຄານມື້ນີ້ເກີດຂຶ້ນທີ່ເມືອງ al-Saadiyah
ປະມານ 140 ຫລັກກິໂລ ແມັດ ຫ່າງຈາກນະຄອນຫຼວງ
ແບັກແດດ. ການໂຈມຕີໃນວັນຈັນວານນີ້ ທີ່ນະຄອນຫລວງ
ອີຣັກ ແລະບໍລິເວນທີ່ຢູ່ທາງເໜືອຂຶ້ນໄປ ເຮັດໃຫ້ມີຜູ້ເສຍ
ຊີວິດຢ່າງນ້ອຍ 50 ຄົນ.

ອີຣັກເລີ້ມການ​ປ່ອນ​ບັດ​ກ່ອນເວລາ ໃນ​ວັນ​ຈັນ​ວານ​ນີ້ ສຳ​ຫຼັບ​ພວກ​ທີ່​ບໍ່​ສາມາດໄປ​ປ່ອນ​ບັດ​ໄດ້ ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງຊາດ ໃນມື້ວັນ​ພຸດ​ນີ້.

ພວກນັກວິເຄາະກ່າວວ່າ ມີທ່າທາງວ່າ ການປ່ອນບັດໃນຄັ້ງນີ້ຈະເປັນໄປຕາມເສັ້ນ
ສາຍໃນນັບຖືສາສະໜາແລະຕາມຊົນເຜົ່າຊຶ່ງບໍ່ຄາດວ່າຈະມີພັກໃດໄດ້ຮັບຄະແນນ
ສຽງແບບເດັດຂາດ.

ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ປະນາມ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ​ອິຣັກ ທີ່​ແນ່​ເປົ້າ​ໝາຍໃສ່ ພວກ​ຜູ້ນຳ​ທາງ​ການ​ເມືອງ ​ແລະ​ຜູ້​ລົງ​ສະໝັກ ​ໃນ​ ການ​ເລືອກ​ຕັ້ງ​.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ທ່ານ Ban ຮຽກຮ້ອງ​ໃຫ້​ພວກ​ຜູ້ນຳ
ອິຣັກ​ໃຫ້ການຄ້ຳປະກັນ​ວ່າ ທຸກໆຄົນ​ສາມາດປະກອບສ່ວນ​ໃນ​ຂັ້ນ​ຕອນ​ທາງດ້ານ
ການເມືອງ​ທີ່​ວ່າ​ນີ້.

ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ສັນລະ​ເສີນ ຄະນະ​ກຳມາ​ທິການຂອງ​ການ​ເລືອກ​ຕັ້ງທີ່​ໄດ້
ຈັດການເລືອກ​ຕັ້ງທັນ​ເວລາແລະ​ເອີ້ນ​ການ​ເລືອກຕັ້ງ​ນີ້ວ່າ“​ເປັນ​ບາດກ້າວ​ທີ່ສຳຄັນໃນ​ການ​ຂ້າມ​ຜ່ານ​ໄປ​ສູ່ປະຊາທິປະ​ໄຕ​ຂອງ​ອິຣັກ.”
XS
SM
MD
LG