ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຄົນເສຍຊີວິດຫລາຍທີ່ສຸດ ໃນອິຣັກໃນເດືອນກໍລະກົດ


ທາງການອິຣັກກ່າວວ່າ ເດືອນກໍລະກົດທີ່​ຜ່ານ​ມານີ້ຖືວ່າ ເປັນເດືອນທີ່ມີການເສຍຊີວິດຫລາຍທີ່ສຸດໃນອິຣັກ ໃນ ຮອບຫລາຍກວ່າສອງປີຜ່ານມາ.

ໂຕ​ເລກ​ຂອງລັດຖະບານທີ່ນຳອອກເຜີຍແຜ່ໂດຍກະຊວງ ສາທາລະນະສຸກ ກະຊວງປ້ອງກັນປະເທດ ແລະກະຊວງ ພາຍໃນຂອງອີຣັກໃນ​ຕອນ ແລງວັນເສົາວານນີ້ ສະ​ແດງ ວ່າມີຄົນຖືກຂ້າຕາຍ​ ໃນທົ່ວປະເທດ 535 ຄົນ ໃນເດືອນ ກໍລະກົດ ແລະເກືອບ 1,043 ຄົນ ​ໄດ້​ຮັບບາດເຈັບ.

ຈໍານວນຄົນເສຍຊີວິດດັ່ງກ່າວແມ່ນສູງທີ່ສຸດນັບຕັ້ງແຕ່ເດືອນພືດສະພາ ປີ 2008 ຊຶ່ງເວລານັ້ນມີຄົນຖືກຂ້າຕາຍ 563 ຄົນ.

ອິຣັກແມ່ນໄດ້ຖືກກະທົບໂດຍຄື້ນຟອງແຫ່ງຄວາມວຸ້ນວາຍ ນັບຕັ້ງແຕ່ການເລືອກຕັ້ງເອົາ ສະມາ​ຊິກສະພາ​ແຫ່ງ​ຊາດໃນເດືອນມີນາຜ່ານມາ ທີ່ບໍ່ມີຜູ້​ໃດໄດ້ຮັບໄຊຊະນະ ຢ່າງ​ຂາດ​ຮອຍ. ບັນດາ​ເຈົ້າໜ້າ​ທີ່ອິຣັກຢ້ານວ່າ ພວກກໍ່ກະບົດອາດກຳລັງ​ສວາຍ​ໂອກາດເອົາປຽບ ຈາກສະຖານະ ການທີ່​ບໍ່​ໄປ​ບໍ່​ມາ​ທາງດ້ານການເມືອງ ​ເພື່ອພະຍາຍາມຈະທັບມ້າງຄວາມ ​ຄືບໜ້າ​ທີ່​ໄດ້​ກະທຳ​ມາທາງ​ດ້ານການຣັກສາຄວາມປອດໄພນັ້ນ.

ຕົວເລກລ່າສຸດ ແມ່ນ​ໄດ້ຖືກເປີດເຜີຍໃນເວລາທີ່ກອງທັບສະຫະລັດພວມ​ກະກຽມທີ່​ຈະ​ຖອນ​ກໍາລັງສູ້ລົບອອກ​ໄປ​ຈາກອີຣັກ. ຮອງປະທານາທິບໍດີ ສະຫະລັດ ທ່ານໂຈ ບາຍເດັນ ໄດ້​ເນ້ນ​ຢໍ້າຕໍ່ປະຊາຊົນອາເມລິກັນ ໃນອາທິດ​ແລ້ວ​ນີ້ວ່າ ທະຫານສະຫະລັດ ຈຳນວນ 9 ໜື່ນ 5 ພັນຄົນຈະຖືກສົ່ງກັບ ສະຫະລັດ ແລະຈະຍັງເຫລືອພຽງ 5 ໝື່ນຄົນຢູ່ໃນອີຣັກພາຍ​ໃນ ທ້າຍເດືອນສິງຫາ ເພື່ອຊ່ວຍເຝິກແອບກຳລັງທະຫານຂອງອີຣັກ ແລະປົກປ້ອງສະຖານທີ່ ຕັ້ງຕ່າງໆຂອງສະຫະລັດໃນອີຣັກ.

XS
SM
MD
LG