ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣັກ ກຳລັງ ນັບບັດຄະແນນສຽງ ໃນການເລືອກຕັ້ງ ສະພາ (ສະໄລດ໌/ວີດີໂອ)


Iraq Election VO
please wait
Embed

No media source currently available

0:00 0:00:37 0:00
ເຈົ້າໜ້າທີ່ເລືອກຕັ້ງໃນອີຣັກ ກຳລັງນັບບັດຄະແນນສຽງໃນວັນ
ພະຫັດມື້ນີ້ ຫຼັງຈາກທີ່ໄດ້ມີການປ່ອນບັດໃນການເລືອກຕັ້ງທົ່ວ
ປະເທດເປັນເທື່ອທຳອິດ ນັບ​ຕັ້ງ​ແຕ່​ສະ​ຫະລັດໄດ້ຖອນກຳລັງ​
ທະຫານອອກໄປ ​ໃນ​ທ້າຍ​ປີ 2011.

ມີປະຊາຊົນຫລາຍກວ່າ 20 ລ້ານຄົນ ມີສິດປະກອບສ່ວນເຂົ້າ
ຮ່ວມໃນການປ່ອນບັດ​ເລືອກຕັ້ງໃນວັນພຸດວານນີ້ ເພື່ອເລືອກ
ເອົາສະມາຊິກສະພາເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດທີ່ມີບ່ອນ
ນັ່ງທັງໝົດ 328 ບ່ອນ ຂອງອີຣັກ.

ເຖິງແມ່ນມີການກວດຂັນ ໃນການຮັກສາຄວາມສະງົບຢ່າງຂະ
ໜານໃຫຍ່ຂອງພວກຕຳຫຼວດແລະການງົດບໍ່ໃຫ້ຂັບຂີ່ຍວດຍານພາຫະນະ ເຂົ້າໄປໃນ ນະຄອນຫຼວງແບັກແດດກໍຕາມ​ ແຕ່ ເຫດຄວາມຮຸນແຮງທີ່ກ່ຽວຂ້ອງກັບການເລືອກຕັ້ງ ແມ່ນຍັງເຮັດໃຫ້ມີຢ່າງນ້ອຍ 12 ຄົນເສຍ ຊີວິດໃນທົ່ວປະເທດ.

ເຈົ້າໜ້າທີ່ລາຍງານວ່າ ໄດ້ການໂຈມຕີດ້ວຍລະເບີດແຄມທາງແລະລະເບີດສະລະຊີບ ທີ່ແນເປົ້າໝາຍໃສ່ ພວກຜູ້ຄົນທີ່ພາກັນໄປປ່ອນບັດເລືອກຕັ້ງແລະໜ່ວຍປ່ອນບັດຕ່າງໆ ຢູ່ໃນພາກເໜືອແລະພາກຕາເວັນຕົກຂອງປະເທດ.

ເຖິງແມ່ນມີຄວາມຮຸນແຮງເກີດຂຶ້ນກໍຕາມ ຊາວ​ອີຣັກຈຳນວນຫຼວງຫຼາຍກໍໄດ້ຕັດສິນໃຈ
ພາກັນໄປປ່ອນບັດ ຊຶ່ງບາງຄົນຫວັງວ່າ ຈະໄດ້ເຫັນລັດຖະບານຊຸດໃໝ່ ທີ່ຈະນຳເອົາ
ການປ່ຽນແປງ ມາສູ່ຄົນຮຸ້ນຕໍ່ໆໄປ ໃນອະນາຄົດຂ້າງໜ້າຂອງອີຣັກ.
XS
SM
MD
LG