ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການ​ໂຈ​ມຕີດ້ວຍລະ​ເບີດ​ລົດ ​ໃນ​ເມືອງ​ຫຼວງ​ຂອງ​ອີຣັກ ​​ສັງຫານຢ່າງ​ໜ້ອຍ 24 ຄົນ


ກອງກຳລັງອີຣັກ ແລະພົນລະເຮືອນ ກວດກາສະຖານທີ່ເກີດເຫດ
ຂອງການ​ໂຈ​ມຕີດ້ວຍລະ​ເບີດ​ລົດ ທີ່ Baghdad,ອີຣັກ, 30 ພຶດສະພາ, 2017.
ກອງກຳລັງອີຣັກ ແລະພົນລະເຮືອນ ກວດກາສະຖານທີ່ເກີດເຫດ ຂອງການ​ໂຈ​ມຕີດ້ວຍລະ​ເບີດ​ລົດ ທີ່ Baghdad,ອີຣັກ, 30 ພຶດສະພາ, 2017.

ການ​ໂຈ​ມຕີດ້ວຍລະ​ເບີດ​ລົດສອງ​ບັ້ນ ​ໃສ່​ຖະໜົນ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ​ໃນ​ເມືອງ​ຫຼວງ​
ຂອງ​ອີຣັກ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ໄດ້​ສັງຫານຢ່າງ​ໜ້ອຍ 24 ຄົນ ​ແລະ​ບາດ​ເຈັບ​ອີກ
​ສິບ​ກວ່າ​ຄົນ.

ການລະ​ເບີດ​ລົດ​ບັ້ນ​ທຳ​ອິດ ​ແມ່ນ​ເກີດ​ຂຶ້ນ ​ໃກ້ໆ​ກັບ​ຮ້ານ​ຂາຍ​ໄອ​ຄຣີມທີ່​ນິຍົມ​ໃນ​ເຂດ
Karrada ​ໃນ​ເມືອງ​ຫຼວງ​ແບກ​ແດດ ທີ່​ສັງຫານ​ຢ່າງ​ໜ້ອຍ 15 ຄົນ.

ກຸ່ມ​ລັດ​ອິດສລາມ ​ໄດ້​ກ່າວ​ວ່າ ຕົນ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ໃນ​ການ​ໂຈມ​ຕີ​ທີ່​ວ່າ​ນີ້.

ຫຼາຍໆ​ຊົ່ວ​ໂມງ​ຕໍ່​ມາ ການລະ​ເບີດ​ລົດ​ບັ້ນ​ທີ 2 ​ໄດ້​ເກີດ​ຂຶ້ນ​ໃກ້ໆ​ກັບ​ຫ້ອງການລັດຖະບານ ​
ໃນ​ເຂດ Shawaka ຂອງ​ເມືອງ ມີຢ່າງ​ໜ້ອຍ 9 ຄົນ ​ເສຍ​ຊີວິດ.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່​ຊາວ​ມຸສລິ​ມ ​ເລີ່​ມທຳ​ການ​ຮັກສາ​ສິນ​
ໃນ​ເດືອນ​ສັກສິດ Ramadan ຕອນທີ່​ພວກ​ເຂົາ​ເຈົ້າ​ພາກັນ​ເຂົ້າ​ໄປ​ຮັບ​ປະທານ
ໃນ​ຮ້ານ​ກິນດື່ມແລະຮ້ານອາຫານ ​ໃນ​ຕອນ​ຄ່ຳ​ຄືນ ຫຼັງ​ຈາກທີ່​ໄດ້​ອົດ​ອາຫານ
ໃນ​ຕອນ​ກາ​ງ​ເວັນມາແລ້ວ​.

ກຸ່ມ​ລັດ​ອິດສລາມ ຍັງ​ເປັນ​ຜູ້ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃສ່​ລົດ​ບັນ​ທຸກ ​ໃນ​ເຂດ
Karrada ​ໃນຂະນະ​ທີ່​ຮັກສາ​ສິນ​ໃນເດືອນ​ສັກສິດ Ramadan ​ໃນ​ປີ​ກາຍ​ນີ້ ທີ່​ໄດ້
​ສັງຫານ ຢ່າງ​ໜ້ອຍ 300 ຄົນ.

ກຸ່ມ​ຫົວ​ຮຸນ​ແຮງ​ ​ໄ​ດ້ສູນ​ເສຍ​ຂົງ​ເຂດ​ທີ່​ຕົນ​ເອງ​ຄວບ​ຄຸມ​ໃນ​ອີຣັກ ​ໃນ​ຂະນະ​ທີ່​ກອງ​
ກຳລັງ​ທີ່​ນິຍົມ​ລັດຖະບານ ​ແລະ​ການຕໍ່ສູ້​ຂອງ​ກອງ​ກຳລັງ​ປະສົມ ​ທີ່​ນຳພາ​ໂດຍສະຫະລັດ
​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ໂດຍເຮັດໃຫ້​ຂົງ​ເຂດ​ທີ່​ຍັງ​ເຫຼືອ​ຢູ່ ຖືກ​ຍຶດຄືນ​ໃນ​
ກາງ​ປີ 2014 ນັ້ນ.

ເປົ້າ​ໝາຍ​ຫຼັກ​ ແມ່ນ​ເຂດ ​ເມືອງ Mosul ​ເມືອງ​ໃຫຍ່​ຂອງກຸ່ມ​ລັດ​ອິດສລາມ ​ໄດ້​ຖືກ​ຍຶດ
​ຄືນໃນ​ອີຣັກ, ​ແຕ່​ວ່າ ຕອນ​ທີ່ລັດຖະບານ​ໄດ້​ກັບ​ຄືນ​ໄປ​ຄວບ​ຄຸມ​ເຂດ​ພາກຕາ​ເວັນ​ອອກ​
ແລະ​ປະຕິບັດ​ໜ້າ​ທີ່​ໃນ​ເສັ້ນ​ທາງສຸດ​ທ້າຍ ໄປຈາກ​ທາງ​ພາກ​ຕາ​ເວັນ​ຕົກ ບ່ອນທີ່ກຸ່ມ​ຫົວ
​ຮຸນ​ແຮງຍັງຍຶດຄອງຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG