ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການວາງລະເບີດ ສະລະຊີບ ໃນນະຄອນ ແບັກແດດ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ


ແຜນທີ່ນະຄອນຫລວງແບັກແດດ.
ແຜນທີ່ນະຄອນຫລວງແບັກແດດ.

ຜູ້​ວາງ​ລະ​ເບີດສະລະ​ຊີບ​ຄົນ​ນຶ່ງ ຂັບ​ລົດ​ເຂົ້າໄປ​ໄກ້ໆກັບພວກ​ສະ​ແຫວ​ງບຸນຊາວມຸສລິ​ມ ​ນິກາຍ Shi’ite ກຸ່ມ​ນຶ່ງ ຢູ່​ນອກ​ນະຄອນຫຼວງ Bagdad ​ແລ້ວ​ກໍ​ບີບ​ຄະນວນ​ລະ​ເບີດ​ໃຫ້ ​ແຕກ​ຂຶ້ນ ​ໃນ​ວັນ​ເສົາ​ມື້​ນີ້ ອັນເປັນ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້ 17 ຄົນ​ເສຍ​ຊີວິດແລະໄດ້​ຮັບ ບາດ​ເຈັບ​ເກືອບ 40 ຄົນ ​ອີງ​ຕາມ​ການ​ລາຍ​ງານ​ຕຳຫຼວດ.

ບັນດາ​ເຈົ້າ​ໜ້າ​ທີ່ຕຳຫຼວດຢູ່​ບ່ອນ​ເກີດ​ເຫດ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລະ​ເບີດທີ່​ແນ​ເປົ້າ​ ໝາ​ຍ​ໃສ່​ພວກ​ສະ​ແຫວ​ງບຸນທີ່​ພາກັນ​ຍ່າງ​ເຂົ້າ​ໄປ​ຫາວັດ Kadhimiyah ຊຶ່ງ​ເປັນ​ສະຖານ​ ທີ່​ສັກສິດ​ຂອງ​ຊາວ​ຊີ​ໄອ​ທ໌ ຢູ່​ທາງ​ເໜືອ​ຂອງ​ນະຄອນ Bagdad ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ຄົນ​ ອຶ່ນໆ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ໄດ້​ແນ​ເປົ້າ​ໝາຍໃສ່ຕະຫຼາດກາງ​ແຈ້ງທີ່​ຕັ້ງຢູ່​ໃກ້​ຄຽງ. ຍັງ​ບໍ່ ​ທັນ​ເປັນ​ທີ່​ແຈ້ງຂາວໃນ​ທັນທີ​ເທື່ອ​ວ່າ ​ແຫຼ່ງ ຂ່່າວ​ໃດ​ເປັນ​ແຫຼ່ງຂ່າວ​ທີ່​ຖືກ​ຕ້ອງ.

ຍັງ​ບໍ່​ມີ​ໃຜ​ອ້າງເອົາ​ຄວາມ​ຮັບຜິດຊອບ​ໃນການວາງ​ລະ​ເບີດດັ່ງກ່າວ ​ແຕ່​ວ່າ ກຸ່ມລັດ​ອິສ ລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນນີ້​ໃນ​ໄລຍະທີ່​ຜ່ານ​ມາ ທີ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ສະ​ແຫວ​ງບຸນຊາວ Shi’ite ​ໃກ້​ກັບ​ນະຄອນຫຼວງ Bagdad.

ໃນແຕ່ລະ​ປີ ວັດ​ສັກ​ສິດ​ແຫ່ງ​ນີ້ ໄດ້​ຈັດການ​ສັກກະ​ລະ​ບູຊາຂຶ້ນ ​ໃຫ້​ແກ່ Imam Moussa al-Kadhim ​ໃນ​ສັດຕະ​ວັດ​ທີ 8 ຊຶ່ງ​ເປັນຜູ້​ທີເຈັດ​ຂອງ​ Imam ຈຳ ນວນ​ 12 ອົງ ຊຶ່ງ​ເປັນ ທີ່​ເຄົາລົບ​ນັບ​ຖື ​ຂອງ​ສາສະໜາ​ອິສ​ລາມນິກາຍ Shi’ite. ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ​ການ​ສະຫຼອງວັດ​ດັ່ງກ່າວ ໄດ້​ດືງດູດ​ເອົາ​ບັນດາ​ຜູ້​ສະ​ແຫວ​ງບຸນ ຫລາຍ​ພັນ​ຄົນ ໄປ​ສູ່​ນະ ຄອນຫລວງ Bagdad.

ປີ​ກາຍ​ນີ້​ພວກ​ສະ​ແຫວ​ງບຸນ​ໄດ້​ຮັບ​ຄວາມ​ຢ້ານ​ກົວ​ທີ່​ຄ້າຍຄື​ກັນ​ຈາກ​ການ​ໂຈມ​ຕີ​ຂອງພວກ ກໍ່​ການ​ຮ້າຍທີ່​ເຮັດ​ໃຫ້ 13 ຄົນ​ເສຍ​ຊີວິດ.

​ໃນ​ປີ​ແລ້ວ​ນີ້ ມີພົນລະ​ເຮືອນ​ຫລາຍ​ກວ່າ 40 ຄົນ​ໄດ້​ຖືກ​ສັງຫານ​ຈາກ​ການວາງລ​ະເບີດຢູ່ ທົ່ວ​ນະຄອນຫຼວງ Bagdad.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG