ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

38 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ທີ່ແນເປົ້າ ໃສ່ພວກຊີໄອ (ສະໄລດ໌/ວີດີໂອ)


Iraq Bloodshed Hits Five-Year High as Lawmakers Remain Deadlocked
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ
ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລະ​ເບີດຫຼາຍ​ບັ້ນ
​ທີ່​ແນ​ເປົ້າ​ໃສ່ພວກ​ຊາວ​ມຸສລິ​ມນິກາຍ​ຊີ​ໄອ ​ໄດ້​ເຮັດ​ໃຫ້​ປະຊາຊົນ
​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 38 ຄົນ.

ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ວັນ​ພະຫັດ​ມື້​ນີ້ ​ເກີດ​ຂຶ້ນ​ໃນ​ເມືອງ
al-Sadiya ທາງ​ພາກ ເໜືອ​ຂອງ​ກຸງ​ແບກ​ແດ໊ດ ບ່ອນ​ທີ່​ຜູ້​ວາງ​
ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງໄດ້​ສັງຫານ​ປະຊາຊົນ ຢ່າງ​ນ້ອຍ 30
ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ 65 ຄົນ.

ກ່ອນ​ໜ້າ​ນັ້ນ ລະ​ເບີດ 2 ລູກ​ໄດ້​ແຕກ​ຂຶ້ນ​ຢູ່​ທາງ​ໃຕ້​ນະຄອນ
ຫຼວງທີ່​ເມືອງ Hafriya ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງນ້ອຍ 8 ຄົນ.

ການ​ໂຈມ​ຕີ​ທັງ​ສອງ​ບ່ອນ​ນີ້ ​ໄດ້​ແນ​ເປົ້າ​ໃສ່​ພວກ​ຊາວ​ມຸສລິ​ມນິກາຍ​ຊີ​ໄອ ທີ່​ກຳລັງ​ພາກັນ ໄວ້ອາ​ໄລ​ທາງ​ສາສະໜາ​ປະຈຳ​ປີ​ ທີ່​ເອີ້ນ​ວ່າ ບຸນ Ashura ທີ່​ລະ​ລຶກ​ເຖິງ​ການ​ສັງຫານ Imam Hussein ​ໃນ​ສັດຕະວັດ​ທີ 7 ຊຶ່ງ​ຜູ້ກ່ຽວ​ເປັນ​ຫຼານ​ຊາຍ​ຂອງ​ມື້​ລາງ​ພະສາດສະ ດາຈານ Muhammad ນັ້ນ.

​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີ​ເຫຼົ່າ​ນີ້​ເທື່ອ ​ແຕ່​ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ຈັດ​ນິກາຍ​ຊຸນ​ນີ ທີ່​ພາກັນ​ຖື​ວ່າ ພວກ​ຊີ​ໄອທີ່ເຫຼື້ອມໄສ​ໃນ​ທິດ​ສະ​ດີ​ສາສະໜາ​ນອກຮີດນັ້ນ​ ມັກ​ແນ​ເປົ້າ​ ໃສ່​ການ​ໄວ້ອາ​ໄລ​ທາງ​ສາສະໜາ​ປະຈຳ​ປີ​ ຫຼືບຸນ Ashura ນີ້.


XS
SM
MD
LG