ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 11 ຕຸລາ 2026

ການໂຈມຕີ ດ້ວຍລົດລະເບີດ ສະຫຼະຊີບ ສັງຫານ 82 ຄົນ ໃນນະຄອນຫຼວງ ແບກແດດ ຂອງອີຣັກ

ພວກຄົນ ເຕົ້າໂຮມກັນ ຢູ່ຈຸດເກີດເຫດ ຂອງການໂຈມຕີ ດ້ວຍ
ລົດລະເບີດສະຫຼະຊີບ ໃນເມືອງ Karrada ຍ່ານຄ້າຂາຍ ທີ່ນະຄອນຫຼວງແບກແດດ ຂອງປະເທດອີຣັກ, ວັນທີ 3 ກໍລະກົດ 2016.
ພວກຄົນ ເຕົ້າໂຮມກັນ ຢູ່ຈຸດເກີດເຫດ ຂອງການໂຈມຕີ ດ້ວຍ ລົດລະເບີດສະຫຼະຊີບ ໃນເມືອງ Karrada ຍ່ານຄ້າຂາຍ ທີ່ນະຄອນຫຼວງແບກແດດ ຂອງປະເທດອີຣັກ, ວັນທີ 3 ກໍລະກົດ 2016.

ການໂຈມຕີດ້ວຍລົດລະເບີດສະຫຼະຊີບ ຄັນໜຶ່ງ ເມື່ອຕອນເຊົ້າ ວັນອາທິດມື້ນີ້ ຢູ່ຍ່ານການຄ້າແຫ່ງໜຶ່ງທີ່ເຕັມໄປດ້ວຍຜູ້ຄົນໄປຊື້ເຄື່ອງຂອງ ຢູ່ໃນນະຄອນ ຫຼວງແບກແດດ ໄດ້ສັງຫານຢ່າງໜ້ອຍ 82 ຄົນ ແລະ ເຮັດໃຫ້ອີກ ຫຼາຍກວ່າ 130 ຄົນ ໄດ້ຮັບບາດເຈັບ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ລະເບີດທີ່ແຕກຂຶ້ນ ຢູ່ໃນເມືອງ Karrada ໂດຍກ່າວວ່າ ເປັນການແນເປົ້າໝາຍໃສ່ ພວກຊາວ ຊີໄອສ. ກຸ່ມນັກລົບເພື່ອສາສະໜາ ຫຼື ພວກຈີຮາດ ຕີລາຄາວ່າ ຊາວຊີໄອສ ເປັນພວກນອກສາສະໜາ.

ການໂຈມຕີ ສະຫຼະຊີ ສັງຫານ 82 ຄົນ ໃນອີຣັກ

A man looks for victims at the site of a car bomb attack at a commercial area in Karada neighborhood in Baghdad, Iraq, July 3, 2016.
1/7 A man looks for victims at the site of a car bomb attack at a commercial area in Karada neighborhood in Baghdad, Iraq, July 3, 2016.
ເບິ່ງຕື່ມອີກ Show less
People gather at the site of a suicide car bomb in the Karrada shopping area in Baghdad, July 3, 2016.
2/7 People gather at the site of a suicide car bomb in the Karrada shopping area in Baghdad, July 3, 2016.
ເບິ່ງຕື່ມອີກ Show less
People inspect the site of a suicide car bomb in the Karrada shopping area, July 3, 2016.
3/7 People inspect the site of a suicide car bomb in the Karrada shopping area, July 3, 2016.
ເບິ່ງຕື່ມອີກ Show less
Iraqi security forces and civilians gather at the site after a car bomb hit Karada, July 3, 2016.
4/7 Iraqi security forces and civilians gather at the site after a car bomb hit Karada, July 3, 2016.
ເບິ່ງຕື່ມອີກ Show less
Women wait to hear about family members after a car bomb hit Karada, July 3, 2016.
5/7 Women wait to hear about family members after a car bomb hit Karada, July 3, 2016.
ເບິ່ງຕື່ມອີກ Show less
Firemen hose down a burning building after a suicide car bomb in the Karrada shopping area in Baghdad, July 3, 2016.
6/7 Firemen hose down a burning building after a suicide car bomb in the Karrada shopping area in Baghdad, July 3, 2016.
ເບິ່ງຕື່ມອີກ Show less
People gather at the site of a suicide car bomb in the Karrada shopping area July 3, 2016.
7/7 People gather at the site of a suicide car bomb in the Karrada shopping area July 3, 2016.
ເບິ່ງຕື່ມອີກ Show less
Previous slide
Next slide

ລົດລະເບີດໄດ້ແຕກຂຶ້ນ ຫຼັງຈາກຕາເວັນຕົກ ໃນເວລາຫຼາຍໆຄົນໄດ້ອອກມາ ຢູ່ຕາມຖະໜົນສາຍຕ່າງໆ ຫຼັງຈາກໜຶ່ງມື້ຂອງການອົດອາຫານ. ໃນຂະນະທີ່ ເດືອນ ຂອງ Ramadan ໃກ້ຈະສິ້ນສຸດລົງ ຊາວມຸສລິມຫຼາຍຄົນ ພາກັນອອກ ໄປສະຖານທີ່ຄ້າຂາຍຕ່າງໆ ເພື່ອຊື້ເຄື່ອງຂອງ ກ່ອນໜ້າວັນພັກ ທີ່ເປັນຂີດ ໝາຍການສິ້ນສຸດ ຂອງເດືອນສັກສິດ.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ໄດ້ເດີນທາງໄປເບິ່ງ ສະຖານທີ່ເກີດເຫດດັ່ງກ່າວ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການໂຈມຕີທີ່ວ່ານັ້ນ.

ການໂຈມຕີໄດ້ມີຂຶ້ນ ບໍ່ດົນເຖິງສັບປະດາໜຶ່ງ ຫຼັງຈາກທີ່ກອງກຳລັງອີຣັກ ໄດ້ຂັບໄຫລ່ພວກຫົວຮຸນແຮງລັດອິສລາມ ອອກໄປຈາກເມືອງ Fallujah ທີ່ຢູ່ຫ່າງຈາກນະຄອນຫຼວງກ້ຳຕາເວັນຕົກ ພຽງ 50 ກິໂລແມັດ.

ການວາງລະເບີດທີ່ຮ້າຍແຮງ ຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ໃນພາກຕາເວັນອອກ ຂອງນະຄອນຫຼວງ ແບກແດດ ທີ່ໄດ້ສັງຫານຢ່າງໜ້ອຍ ໜຶ່ງຄົນ ແລະ ພວກ ຄົນອື່ນໆຈຳນວນໜຶ່ງບາດເຈັບ. ບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີ ທັນໃດເລີຍ ສຳລັບການໂຈມຕີຄັ້ງທີສອງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

This item is part of
​
XS
SM
MD
LG