ເຈົ້າໜ້າທີ່ອີຣັກເວົ້າວ່າ ການວາງລະເບີດ ແລະການໂຈມຕີ
ຫຼາຍຄັ້ງ ໄດ້ສັງຫານຢ່າງໜ້ອຍ 50 ຄົນແລະເຮັດໃຫ້ອີກ
160 ຄົນໄດ້ຮັບບາດເຈັບ ຢູ່ໃນຄຸ້ມທີ່ມີຊາວ Shi’ite ອາໄສ
ຢູ່ເປັນສ່ວນໃຫຍ່ໃນນະຄອນຫລວງແບກແດດນັ້ນ.
ການກໍ່ຄວາມຮຸນແຮງໃນວັນອັງຄານມື້ນີ້ໄດ້ເກີດຂຶ້ນນຶ່ງມື້ກ່ອນ
ຮອດວັນຄົບຮອບ 10 ປີ ທີ່ໄດ້ມີການບຸກເຂົ້າໄປໃນປະເທດ
ອີຣັກ ພາຍໃຕ້ການນໍາພາຂອງສະຫະລັດ ແລະນຶ່ງເດືອນກ່ອນ
ໜ້າການເລືອກຕັ້ງຄັ້ງທໍາອິດຂອງອີຣັກໃນຮອບສາມປີ.
ຫ້ອງການຂອງນາຍົກລັດຖະມົນຕີອີຣັກ ໄດ້ປະກາດວ່າ ການເລືອກຕັ້ງທີ່ຈະຈັດຂຶ້ນ ໃນວັນທີ 20 ເມສາທີ່ຈະມາເຖິງນີ້ ອາດຈະມີການຊັກຊ້າເຖິງ 6 ເດືອນ ຢູ່ໃນແຂວງ Anbar ແລະ Ninevah ຍ້ອນມີການນາບຂູ່ຕ່າງໆນາໆ ແລະການສັງຫານຜູ້ສະໝັກ
ເລືອກຕັ້ງຫລາຍຄົນ.
ລະເບີດໄດ້ສັ່ນສະເທືອນຫລາຍຄຸ້ມ ໃນນະຄອນຫຼວງ Bagdad ລວມທັງຄຸ້ມ Sadr
ແລະໃກ້ໆເຂດ Green Zone ທີ່ມີການຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດຊຶ່ງ
ເປັນບ່ອນທີ່ສະຖານທູດຂອງບັນດາປະເທດຕາເວັນຕົກຕັ້ງຢູ່.
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບໃນທັນທີຕໍ່ການໂຈມຕີດັ່ງກ່າວນີ້ເທື່ອ.
ພວກຫົວຮຸນແຮງຊາວຊຸນນີໃນອີຣັກ ມັກທໍາການໂຈມຕີຊາວ Shi’ite ທີ່ ເປັນຊົນເຜົ່າ
ກຸ່ມໃຫຍ່ຂອງປະເທດຢູ່ເລື້ອຍມາ ເພື່ອກໍ່ຄວາມເຄັ່ງຕຶງທາງສາສະໜາ ແລະບ່ອນທໍາ
ລາຍລັດຖະບານຂອງນາຍົກ Nouri al-Maliki ຊຶ່ງເປັນຊາວ Shi’ite ນັ້ນ.
ເບິ່ງຮູບສະໄລດ໌ກ່ຽວຂ້ອງກັບຂ່າວນີ້: