ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ Al-Qaida ອ້າງເອົາ ຄວາມຮັບຜິດຊອບ ຕໍ່ເຫດລະເບີດ ຢູ່ອີຣັກ


ຜູ້ຄົນພາກັນກວດກາເບິ່ງລົດຂອງເຂົາເຈົ້າທີ່ຖືກທໍາລາຍ ທີ່ສະຖານທີ່ ທີ່ຖືກໂຈມຕີໂດຍບະເລີດ ຢູ່ຄຸ້ມ Ameen ທາງພາກຕາເວັນອອກຂອງນະຄອນ Baghdad ຂອງອີຣັກ ໃນວັນທີ 17 ກຸມພາ 2013.
ຜູ້ຄົນພາກັນກວດກາເບິ່ງລົດຂອງເຂົາເຈົ້າທີ່ຖືກທໍາລາຍ ທີ່ສະຖານທີ່ ທີ່ຖືກໂຈມຕີໂດຍບະເລີດ ຢູ່ຄຸ້ມ Ameen ທາງພາກຕາເວັນອອກຂອງນະຄອນ Baghdad ຂອງອີຣັກ ໃນວັນທີ 17 ກຸມພາ 2013.
ສາຂາຂອງເຄືອຂ່າຍ Al-Qaida ທີ່ອີຣັກ ໄດ້ອ້າງເອົາຄວາມ
ຮັບຜິດຊອບຕໍ່ເຫດລະເບີດຕໍ່ເນື່ອງກັນຫລາຍບັ້ນ ຢູ່ນະຄອນ
ຫລວງຂອງປະເທດ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 28 ຄົນ ເສຍ
ຊີວິດ ແລະອີກປະມານ 100 ຄົນບາດເຈັບ ໃນວັນອາທິດ
ວານນີ້ ໃນເມືອງທີ່ມີຊາວ Shi’ite ອາໄສຢູ່ເປັນສ່ວນໃຫຍ່.

ກຸ່ມລັດອິສລາມອີ່ຣັກ ທີ່ເປັນສາຂາຂອງເຄືອຂ່າຍ Al-Qaida
ໃນອີຣັກກ່າວ ໃນວັນຈັນມື້ນີ້ວ່າ ພວກຕົນໄດ້ດໍາເນີນການໂຈມ
ຕີ ຢູ່ນະຄອນຫລວງແບກແດັດ ເພື່ອເປັນການແກ້ແຄ້ນຄືນ ຕໍ່ອັນທີ່ມີການເບິ່ງເຫັນກັນວ່າ ເປັນການປາບປາມຂອງລັດ
ຕໍ່ຊາວມຸສລິມ ນິກາຍຊຸນນີນັ້ນ.

ການໂຈມຕີ ໃນວັນອາທິດວານນີ້ ໄດ້ມີຂຶ້ນຢູ່ຕະຫລາດກາງ
ແຈ້ງຫລາຍໆແຫ່ງ ຢູ່ໃນ ແລະຢູ່ອອ້ມແອ້ມນະຄອນຫລວງ.

ເມືອງ Sadr ຂອງຊາວຊີໄອ ເປັນບ່ອນທີ່ຖືກໂຈມຕີຮຸນແຮງກ່ວາໝູ່ ໂດຍໄດ້ຖືກລະ ເບີດ ທີ່ຫ້າງໄວ້ໃນລົດ 3 ຄັນແຕກໃສ່.

ສ່ວນເມືອງອື່ນໆ ທີ່ຖືກໂຈມຕີ ກໍມີຮວມທັງ Ameen, Habibiya, Husseiniya, Kamiliya ແລະ Karrada. ພວກເຈົ້າໜ້າທີ່ສາມາດປົດຄະນວນອອກຈາກວັດຖຸລະ ເບີດທີ່ຖືກຫ້າງໄວ້ ຢ່າງໜ້ອຍນຶ່ງລູກ.

ໃນເດືອນນີ້ ມາຮອດປັດຈຸບັນ ການໂຈມຕີຕ່າງໆໃນອີ່ຣັກ ໄດ້ສັງຫານຢ່າງໜ້ອຍ 100 ຄົນ ລວມທັງຫົວໜ້າວິທະຍາຄານສືບລັບທະຫານ. ນາຍພົນ ຈັດຕະວາ Ali Aouni ແລະຜູ້ອາ
ລັກຂາທ່ານສອງຄົນຖືກສັງຫານ ໃນວັນເສົາຜ່ານມາ ຍ້ອນການວາງລະເບີດສະລະຊີບ
ຢູ່ໃນເມືອງ Tal Afar ທາງພາກເໜືອຂອງປະເທດ.
XS
SM
MD
LG