ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

20 ຄົນເສຍຊີວິດ ໃນເຫດວາງລະເບີດ ຫລາຍຄັ້ງ ຢູ່ອີຣັກ


ຊາວອີຣັກກວດເບິ່ງບໍລິເວນ ທີ່ຖືກໂຈມຕີດ້ວຍລະເບີດ ຢູ່ຄຸ້ມ Ameen ທາງດ້ານຕາເວັນອອກ ຂອງນະຄອນຫລວງ ແບກແດັດ ຂອງອີຣັກ ໃນວັນອາທິດ ທີ 17 ກຸມພາ 2013 ນີ້.
ຊາວອີຣັກກວດເບິ່ງບໍລິເວນ ທີ່ຖືກໂຈມຕີດ້ວຍລະເບີດ ຢູ່ຄຸ້ມ Ameen ທາງດ້ານຕາເວັນອອກ ຂອງນະຄອນຫລວງ ແບກແດັດ ຂອງອີຣັກ ໃນວັນອາທິດ ທີ 17 ກຸມພາ 2013 ນີ້.
ເຈົ້າໜ້າທີ່ອີ່ຣັກເວົ້າວ່າ ເຫດລະເບີດແຕກຕໍ່ເນື່ອງກັນຫລາຍ
ບັ້ນ ຢູ່ນະຄອນຫລວງແບກແດັດ ໄດ້ເຮັດໃຫ້ຢ່າງໜ້ອຍ 20
ຄົນເສຍຊີວິດ ແລະອີກຫລາຍສິບຄົນ ບາດເຈັບ.

ເຈົ້າໜ້າທີ່ເວົ້າອີກວ່າ ເຫດລະເບີດໃນວັນອາທິດມື້ນີ້ ໄດ້
ປະທະຫລາຍໆເມືອງຂອງຊາວຊີໄອ.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບ ໃນທັນທີນີ້ເທື່ອ.

ການໂຈມຕີດັ່ງກ່າວແມ່ນເກີດຂຶ້ນ ລຸນຫລັງການວາງລະເບີດ
ສະລະຊີບບັ້ນນຶ່ງ ໄດ້ສັງຫານເຈົ້າໜ້າທີ່ສືບລັບທາງທະຫານ
ຂັ້ນອາວຸໂສຄົນນຶ່ງ ແລະ ຜູ້ອາລັກຂາທ່ານສອງຄົນ ຢູ່ທາງພາກ
ເໜືອຂອງອີຣັກ. ພວກເຈົ້າໜ້າທີ່ເວົ້າວ່າ ນາຍພົນຈັດຕະວາ Ali Aouni ຖືກສັງຫານ ເວລາຄົນວາງລະເບີດສະລະຊີບບີບຄະນວນ ລະເບີດໃຫ້ແຕກຂຶ້ນ ໃນຂະນະທີ່ທ່ານ Aouni ກໍາລັງອອກຈາກເຮືອນ ຂອງທ່ານໄປ ໃນເມືອງ Tal Afar.

ອີຣັກໄດ້ປະສົບກັບການໂຈມຕີເພີ້ມຂຶ້ນໃນຫລາຍອາທິດມໍ່ໆມານີ້.
XS
SM
MD
LG