ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

26 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ (ສະໄລດ໌)


ເດັກນ້ອຍຄົນນຶ່ງ ຢືນຢູ່ໃກ້ກັບລົດ ທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີດ້ວຍລະເບີດຢູ່ຄຸ້ມ Kazimyah ທາງກໍ້າເໜືອ ຂອງນະຄອນຫຼວງແບັກແດັດ (8 ກຸມພາ 2013)
ເດັກນ້ອຍຄົນນຶ່ງ ຢືນຢູ່ໃກ້ກັບລົດ ທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີດ້ວຍລະເບີດຢູ່ຄຸ້ມ Kazimyah ທາງກໍ້າເໜືອ ຂອງນະຄອນຫຼວງແບັກແດັດ (8 ກຸມພາ 2013)
ເຈົ້າໜ້າທີ່ອີຣັກກ່າວວ່າ ການໂຈມຕີດ້ວຍລະເບີດຫຼາຍໆຄັ້ງ ເຮັດ
ໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ ທີ່ນະຄອນຫລວງແບັກແດັດ
ແລະຫຼາຍໆຫົວເມືອງທີ່ຢູ່ທາງໃຕ້ນະຄອນຫຼວງ.

ເຫດລະເບີດຕິດຕໍ່ການຫຼາຍຄັ້ງຢູ່ຕະຫຼາດສັດແຫ່ງນຶ່ງທີ່ຄຸ້ມ Ka-
zimyah ຊຶ່ງເປັນຄຸ້ມທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສ ລາມນິກາຍຊີໄອໃນນະຄອນຫຼວງແບັກແດັດ ເຮັດໃຫ້ມີຜູ້ເສຍຊີ
ວິດສິບກວ່າຄົນ.

ເຫດລະເບີດໄດ້ເກີດຂຶ້ນໃນຂະນະ ທີ່ຕະຫຼາດແໜ້ນໄປດ້ວຍຜູ້
ຄົນທີ່ພາກັນສວຍໂອກາດໄປຊື້ເຄື່ອງຂອງ ໃນມື້ວັນສຸກຊຶ່ງເປັນ
ວັນພັກຢູ່ໃນອີຣັກ.

ການໂຈມຕີແບບດຽວກັນນີ້ກໍໄດ້ເກີດຂຶ້ນທີ່ເມືອງ Shomali ໃນແຂວງ Hillah ຊຶ່ງຕັ້ງຢູ່ທາງ ໃຕ້ນະຄອນຫຼວງຂອງອີຣັກ.

ລະເບີດສອງລູກໄດ້ແຕກຂຶ້ນເກືອບວ່າພ້ອມໆກັນ ໃນຕະຫລາດທີ່ແໜ້ນໄປດ້ວຍຜູ້ຄົນ ຊຶ່ງ ເຮັດໃຫ້ຢ່າງໜ້ອຍ 6 ຄົນເສຍຊີວິດໄປ.

ໂຕເລກຜູ້ເສຍຊີວິດຈາກການໂຈມຕີເຫຼົ່ານີ້ອາດຈະເພີ້ມຂຶ້ນຂະນະທີ່ມີຜູ້ຄົນອີກຈຳນວນນຶ່ງ ໄດ້ຮັບບາດເຈັບຈາກການໂຈມຕີ.

ກ່ຽວຂ້ອງກັນ

XS
SM
MD
LG