ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ນ້ອຍ 7 ຄົນເສຍຊີວິດ ໃນການ​ໂຈມ​ຕີ​ ດ້ວຍລະເບີດ 2 ບັ້ນ ທີ່ອີຣັກ


ຕໍາຫລວດຄົນນຶ່ງກວດກາເບິ່ງລົດຄັນນຶ່ງ ທີ່ຖືກທໍາລາຍ ລຸນຫລັງການໂຈມຕີດ້ວຍລະເບີດບັ້ນນຶ່ງ ທີ່ເມືອງ Ramadi, ວັນທີ 27 ທັນວາ 2010.
ຕໍາຫລວດຄົນນຶ່ງກວດກາເບິ່ງລົດຄັນນຶ່ງ ທີ່ຖືກທໍາລາຍ ລຸນຫລັງການໂຈມຕີດ້ວຍລະເບີດບັ້ນນຶ່ງ ທີ່ເມືອງ Ramadi, ວັນທີ 27 ທັນວາ 2010.

ຕໍາຫຼວດອີຣັກກ່າວວ່າ ການ​ໂຈມ​ຕີ​ດ້ວຍລະເບີດ 2 ບັ້ນ ​
ໄດ້​ສັ່ນ​ສະ​ເທືອ​ນບໍລິ​ເວນທີ່​ຕັ້ງ​ຂອງ​ໂຮງການລັດຖະບານ​
ແຫ່ງ​ນຶ່ງ ໃນເມືອງ Ramadi ທາງ​ພາກຕາວັນຕົກຂອງ​
ປະ​ເ​ທດ ໃນວັນຈັນມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງ​ນ້ອຍ
7 ຄົນ ແລະບາດເຈັບອີກຫລາຍ​ສິບ​ຄົນ.

ລາຍລະອຽດຕ່າງໆຂອງເຫດການ​ໂຈມ​ຕີ​ດັ່ງກ່າວ ຍັງບໍ່ທັນ
ເປັນທີ່ແຈ້ງຂາວ​ເທື່ອ​ໃນ​ເວລາ​ນີ້ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່ກ່າວ
ວ່າ ຈໍາ​ນວນ​ພວກ​ເສຍ​ຊີວິດອາດມີຢ່າງ​ນ້ອຍ 17 ຄົນ.

ເຈົ້າ​ໜ້າ​ທີ່ຕໍາຫຼວດຄົນ​ນຶ່ງ​ທີ່​ບ່ອນເກີດເຫດ​ເວົ້າວ່າ ເຫດ
ຮ້າຍຄັ້ງນີ້ແມ່ນເກີດຈາກການວາງລະເບີດ 2 ຄັ້ງຕິດ​ຕໍ່​ກັນ.
ລູກທໍາອິດແມ່ນລະເບີດລົດ ແລະຕາມມາຕິດໆດ້ວຍການ
ວາງລະເບີດສະລະ​ຊີບ ທີ່ຄົນ​ຮ້າຍໄດ້ລະເບີດຕົວເອງຕາຍ.
ທາງການກ່າວວ່າ ພວກເຄາະຮ້າຍທັງຫຼາຍ ສ່ວນໃຫ່ຽແມ່ນ ພວກຕໍາຫຼວດ.

ເມື່ອວັນທີ 12 ​ເດືອນ​ນີ້ ກໍ​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍລະເບີດລົດ ທີແນເປົ້າໝາຍໃສ່ພວກ​ເຈົ້າ​
ໜ້າ​ທີ່​ທາງ​ການ​ແຂວງໃນເມືອງ Ramadi ຫ່າງຈາກນະຄອນຫລວງ Baghdad ​ໄປ​ທາງ
ຕາເວັນຕົກ ປະມານ 100 ກິໂລເເມັດ ຊຶ່ງໄດ້ພາກຊີວິດຜູ້ຄົນໄປ 13 ລາຍ ແລະ​ເຮັດ​ໃຫ້
ບາດເຈັບອີກ 20 ກ່ວາຄົນ.

XS
SM
MD
LG