ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

20 ຄົນເສຍຊີວິດ ຍ້ອນການໂຈມຕີ ຢູ່ອີຣັກ (ວີດິໂອ)


ເມືອງ Baquba ຢູ່ແຂວງ Diyala ຂອງອີຣັກ ບ່ອນທີ່ພວກຫົວຮຸນແຮງຄົນນຶ່ງ ໄດ້ທໍາການໂຈມຕີ ຕໍ່ກອງປະຊຸມ ຫາສຽງການເລືອກຕັ້ງ ໃນວັນເສົາທີ 06 ມີນາ 2013.
ເມືອງ Baquba ຢູ່ແຂວງ Diyala ຂອງອີຣັກ ບ່ອນທີ່ພວກຫົວຮຸນແຮງຄົນນຶ່ງ ໄດ້ທໍາການໂຈມຕີ ຕໍ່ກອງປະຊຸມ ຫາສຽງການເລືອກຕັ້ງ ໃນວັນເສົາທີ 06 ມີນາ 2013.
ເຈົ້າໜ້າທີ່ອີຣັກເວົ້າວ່າ ການໂຈມຕີບັ້ນນຶ່ງຕໍ່ກອງປະຊຸມຫາສຽງ
ການເລືອກຕັ້ງ ຢູ່ໃນເມືອງ Baquba ໄດ້ສັງຫານຢ່າງໜ້ອຍ 20
ຄົນ.

ຕໍາຫລວດເວົ້າ ພວກຫົວຮຸນແຮງຄົນນຶ່ງ ໄດ້ໂຍນລະເບີດມືເຂົ້າໃສ່
ກອງປະຊຸມ ໃນວັນເສົາວານນີ້ ກ່ອນທີ່ມືວາງລະເບີດສະລະຊີບຄົນ
ນຶ່ງ ຈະກົດຂະນວນລະເບີດຕົນເອງ. ມີຫລາຍກວ່າ 50 ຄົນໄດ້ຮັບ
ບາດເຈັບ.

ກອງປະຊຸມແມ່ນຈັດຂຶ້ນ ສໍາລັບພວກສະໜັບສະໜຸນຜູ້ສະໝັກ
ເລືອກຕັ້ງຄົນນຶ່ງ ທີ່ກໍາລັງກຽມຕົວເຂົ້າແຂ່ງໃນການເລືອກຕັ້ງ ລະດັບແຂວງໃນທ້າຍເດືອນນີ້.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ.

ການໂຈມຕີຢູ່ແຂວງ Diyala ໃນວັນເສົາວານນີ້ ແມ່ນເປັນເຫດການຫລ້າສຸດຂອງການກໍ່
ຄວາມວຸ້ນວາຍ ທີ່ໄດ້ທະວີຂຶ້ນຢ່າງໃຫຍ່ ໃນໄລຍະກ່ອນໜ້າການເລືອກຕັ້ງລະດັບແຂວງ ໃນວັນທີ 20 ເມສານີ້. ການເລືອກຕັ້ງຢູ່ໃນສອງແຂວງ ຄືແຂວງ Anbar ກັບ Ninevah ໄດ້ຖືກເລື່ອນອອກໄປຫລາຍໆເດືອນ ຍ້ອນໄພຂົ່ມຂູ່ດ້ານຄວາມປອດໄພ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG