ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

8 ຄົນເສຍຊີວິດ ຍ້ອນເຫດວາງລະເບີດ ສະລະຊີບ ໃນລົດບັນທຸກ ນໍ້າມັນຢູ່ອີຣັກ


ທີ່ຕັ້ງຂອງເມືອງ Tikrit ຂອງອີຣັກ ທີ່ມືວາງລະເບີດ ສະລະຊີບ ໄດ້ລະເບີດຕົນເອງ ຢູ່ໃນລົດບັນທຸກນໍ້າມັນຄັນນຶ່ງ ທີ່ໄດ້ສັງຫານ ຢ່າງໜ້ອຍ 8 ຄົນ.
ທີ່ຕັ້ງຂອງເມືອງ Tikrit ຂອງອີຣັກ ທີ່ມືວາງລະເບີດ ສະລະຊີບ ໄດ້ລະເບີດຕົນເອງ ຢູ່ໃນລົດບັນທຸກນໍ້າມັນຄັນນຶ່ງ ທີ່ໄດ້ສັງຫານ ຢ່າງໜ້ອຍ 8 ຄົນ.
ມືວາງລະເບີດສະລະຊີບຢູ່ໃນອີຣັກ ໄດ້ລະເບີດຕົນເອງຢູ່ໃນ
ລົດບັນທຸກນໍ້າມັນ ຄັນນຶ່ງ ໃນເມືອງ Tikrit ຊຶ່ງໄດ້ສັງຫານຢ່າງ
ໜ້ອຍ 8 ຄົນ.

ລາຍງານຂ່າວເວົ້າວ່າ ເຫດລະເບີດແຕກໃນວັນຈັນມື້ນີ້ ໄດ້ມີ
ຂຶ້ນຢູ່ທີ່ສະຖານີຕໍາຫລວດແຫ່ງນຶ່ງ ແລະເຊື່ອກັນວ່າ ຜູ້ໄດ້ຮັບ
ເຄາະຮ້າຍສ່ວນໃຫຍ່ແມ່ນພວກ ເຈົ້າໜ້າທີ່ຕໍາຫລວດ. ຢ່າງ
ໜ້ອຍ 17 ຄົນໄດ້ຮັບບາດເຈັບ.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີດັ່ງກ່າວ.

ການວາງລະເບີດຄັ້ງນີ້ ແມ່ນເຫດການຫລ້າສຸດຂອງການກໍ່ຄວາມວຸ້ນວາຍ ທີ່ໄດ້ທະວີຂຶ້ນ
ຢ່າງໃຫຍ່ ໃນໄລຍະກ່ອນໜ້າການເລືອກຕັ້ງລະດັບແຂວງໃນວັນທີ 20 ເມສານີ້. ການ
ເລືອກຕັ້ງຢູ່ໃນສອງແຂວງ ຄືແຂວງ Anbar ກັບ Ninevah ໄດ້ຖືກເລື່ອນອອກໄປ ຫລາຍໆ
ເດືອນ ຍ້ອນໄພຂົ່ມຂູ່ດ້ານຄວາມປອດໄພ.
XS
SM
MD
LG