ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 6 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ຢູ່ອີຣັກ


ຜູ້ຢູ່ອາໄສໃນຄຸ້ມ Hurriya ນະຄອນຫລວງແບກແດດຂອງອິຣັກ ພາກັນໄປເບິ່ງບ່ອນເກີດເຫດໂຈມຕີດ້ວຍການວາງລະເບີດໃສ່ລົດຄັນນຶ່ງ ໃນມື້ນີ້ວັນທີ 10 ມັງກອນ 2013.
ຜູ້ຢູ່ອາໄສໃນຄຸ້ມ Hurriya ນະຄອນຫລວງແບກແດດຂອງອິຣັກ ພາກັນໄປເບິ່ງບ່ອນເກີດເຫດໂຈມຕີດ້ວຍການວາງລະເບີດໃສ່ລົດຄັນນຶ່ງ ໃນມື້ນີ້ວັນທີ 10 ມັງກອນ 2013.
ການໂຈມຕີດ້ວຍລະເບີດໃນນະຄອນຫລວງແບກແດດຂອງອິ
ຣັກ ກັບຢູ່ທາງທິດເໜືອຂອງແບກແດດ ໄດ້ສັງຫານ ຢ່າງນ້ອຍ
6 ຄົນ ແລະເຮັດໃຫ້ອີກ 14 ຄົນໄດ້ຮັບບາດເຈັບ.

ຜູ້ເຄາະຮ້າຍ 4 ຄົນ ເສຍຊີວິດໃນເຫດລະເບີດ ຢູ່ໃກ້ປ້າຍຈອດ
ລົດເມແຫ່ງນຶ່ງ ຢູ່ໃນຄຸ້ມ Hurriyah ທີ່ມີຊາວ Shi’ite ອາໄສ
ຢູ່ເປັນສ່ວນໃຫຍ່ ຊຶ່ງໄດ້ທໍາລາຍລົດລາພາຫະນະຫລາຍຄັນ ແລະເຮັດໃຫ້ອາຄານບ້ານເຮືອນຢູ່ໃກ້ໆນັ້ນ ໄດ້ຮັບຄວາມ
ເສຍຫາຍ ຫລາຍຫລັງ.

ຮູບວິດິໂອສະມັກຫລິ້ນ ທີ່ຖ່າຍເອົາພາບບໍ່ດົນຫລັງຈກາເຫດ
ລະເບີດ ສະແດງໃຫ້ ເຫັນພາບລົດຫລາຍຄັນ ລຸກໄໝ້ເປັນແປວໄຟ.

ການວາງລະເບີດບັ້ນທີ່ສອງ ທີ່ແນເປົ້າໝາຍໃສ່ ຂະບວນລົດຂອງຫົວໜ້າ ມະຫາວິທະຍາໄລ Diyala ໄດ້ເອົາຊີວິດຄົນອາລັກຂາຜູ້ກ່ຽວ 2 ຄົນ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີເຫລົ່ານີ້ເທື່ອ.

ການກໍ່ຄວາມຮຸນແຮງ ໄດ້ມີຂຶ້ນຖ້າມກາງການປະທ້ວງຕໍ່ຕ້ານລັດຖະບານ ທີ່ນໍາພາ ໂດຍພວກນັບຖືສາສະໜາອິສລາມ ນິກາຍ Sunni ທີ່ຕ້ອງຕິການປະຕິບັດຕໍ່ພວກ ເຂົາເຈົ້າ ພາຍໃຕ້ການນໍາພາຂອງນາຍົກລັດຖະມົນຕີ Nouri al-Maliki ທີ່ເປັນ ຊາວ Shi’ite ນັ້ນ.
XS
SM
MD
LG