ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 10 ຄົນ ເສຍຊີວິດ ໃນເຫດ ລະເບີດແຕກ ທີ່ອີຣັກ (ສະໄລດ໌)


ແຜນທີ່ ເມືອງ Kirkuk ຢູ່ທາງພາກເໜືອ ຂອງປະເທດ ອີຣັກ
ແຜນທີ່ ເມືອງ Kirkuk ຢູ່ທາງພາກເໜືອ ຂອງປະເທດ ອີຣັກ
ເຫດລະເບີດແຕກລຽນຕິດກັນຫລາຍຄັ້ງຢູ່ໃນອີຣັກ ໄດ້ເອົາ
ຊີວິດຢ່າງໜ້ອຍ 10 ຄົນ ແລະເຮັດໃຫ້ອີກ 40 ຄົນ ໄດ້ຮັບ
ບາດເຈັບ.

ການໂຈມຕີບັ້ນທີ່ຮ້າຍແຮງທີ່ສຸດໃນວັນຈັນມື້ນີ້ ແມ່ນເກີດຂຶ້ນ
ຢູ່ໃນເມືອງ Mussayib ທາງທິດໃຕ້ຂອງນະຄອນຫລວງແບັກ
ແດດ ບ່ອນທີ່ລະເບີດແຕກຫລາຍລູກໄດ້ສັງຫານ 7 ຄົນ.

ໄດ້ມີການວາງລະເບີດໃສ່ລົດຄັນນຶ່ງ ຢູ່ເມືອງ Hillah ທາງທິດ
ໃຕ້ຂອງນະຄອນຫລວງ ໄກອອກໄປອີກ ໃນຂະນະທີ່ການໂຈມຕີ
ອີກຫລາຍໆບັ້ນ ໄດ້ແນເປົ້າໝາຍໃສ່ເມືອງ Kirkuk ຢູ່ທາງພາກ
ເໜືອຂອງປະເທດ.

ພວກເຈົ້າໜ້າທີ່ເວົ້າວ່າ ການວາງລະເບີດບາງອັນ ແມ່ນແນໃສ່ສັງຫານພວກເຈົ້າໜ້າທີ່ ລັດຖະບານ ແລະພວກສະແຫວງບຸນຊາວ Shi’ite.

XS
SM
MD
LG