ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

7 ຄົນເສຍຊີວິດ ໃນການວາງລະເບີດ ສະລະຊີບ ໃກ້ໆກຸງແບກແດ໊ດ


ກໍາລັງຮັກສາຄວາມປອດໄພກໍາລັງເບິ່ງລົດຄັນນຶ່ງທີ່ຖືກທໍາລາຍໃນກຸງ
ແບກແດ໊ດ ວັນທີ 22 ພຶດສະພາ 2011
ກໍາລັງຮັກສາຄວາມປອດໄພກໍາລັງເບິ່ງລົດຄັນນຶ່ງທີ່ຖືກທໍາລາຍໃນກຸງ ແບກແດ໊ດ ວັນທີ 22 ພຶດສະພາ 2011


















ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນ​ຂອງ​ອິຣັກກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ລະ
ເບີດຕົວ​ເອງ​ຕາຍ​ໃນທ່າມກາງ​ເຈົ້າ​ໜ້າ​ທີ່ຕໍາຫລວດກຸ່ມນຶ່ງ​ ຢູ່​ໃກ້ໆ​ນະຄອນຫລວງ​ແບ​ກ​
ແດ໊ດ ​ເຮັດ​ໃຫ້ເຈົ້າ​ໜ້າ​ທີ່ຕໍາຫລດເສຍ​ຊີວິດ​ໄປ 7 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 10 ຄົນ.

ທ່າ​ງການ​ອິຣັກກ່າວ​ວ່າ ພວກຕໍາຫລວດເຫລົ່າ​ນັ້ນກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນບ່ອນ
ທີ່ເກີດລະ​ເບີດ​ແຕກ​ຂຶ້ນແຄມ​ທາງແຫ່ງ​ນຶ່ງ ເວລາ​ຄົນ​ຮ້າຍວາງ​ລະ​ເບີດ​ສະລະ​ຊີບ​ຄົນນັ້ນ ຍ່າງ
ເຂົ້າ​ໄປ​ໃນ​ຝູງ​ຊົນ​ແລ້ວ​ຈູດ​ກະນວນ​ວັດ​ຖຸລະ​ເບີດ​ຂອງ​ຕົນ.

ການ​ໂຈມ​ຕີ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ ທີ່​ເກີດ​ຂຶ້ນ​ຢູ່ໃກ້ໆກັບ​ເມືອງ Taji ຫ່າງ​ຈາກ​ກຸງ​ແບກແດ໊ດ​
ໄປ​ທາງ​ທິດ​ເໜືອ 20 ຫລັກ​ກິ​ໂລ​ແມັດ ​ໄດ້​ເຮັດ​ໃຫ້​ຈໍານວນ​ຜູ້​ເສຍ​ຊີວິດ​ຍ້ອນ​ການວາງ​ລະ​
ເບີດ​ໂຈມ​ຕີ​ຕິດ​ຕໍ່​ກັນ​ມາຫລາຍ​ຄັ້ງ​ໃນ​ເຂດ​ໃນ​ແລະ​ອ້ອມ​ແອ້ມນະຄອນຫລວງຂອງ​ອິຣັກ​ເພິ່ມ
ຂຶ້ນ​ເປັນ 13 ຄົນ​ແລ້ວ.

XS
SM
MD
LG