ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ອີຣັກ ເປີດສາກ ທໍາການ ໂຈມຕີ ກຸ່ມຕາລີບານ ໃນເມືອງ Ramadi


ທະຫານອີຣັກ ປະກອບສ່ວນ ໃນການເພີ່ມການຮັກສາ ຄວາມປອດໄພ ຕາມຖະໜົນຫົນທາງໃນເມືອງ Ramadi, ວັນທີ 18, 2014.
ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ກຳລັງຂອງ​ລັດຖະບານ ​ແລະ​ພວກ​
ທະຫານ​ບ້ານ​ຂອງ​ຊົນ​ເຜົ່າ​ທີ່​ເປັນ​ພັນທະ​ມິດ​ກັບ​ລັດຖະບານ
ໄດ້​ເປີດ​ສາກ​ທໍາ​ການ​ບຸກ​ໂຈມ​ຕີ ​ເພື່ອ​ຍຶດ​ເອົາ​ຫລາຍ​ເຂດ​ຂອງ​
ມືອງ​ນຶ່ງ​ຄືນ ຈາກ​ພວກ​ຫົວ​ຮຸນ​ແຮງ​ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ອາລ
ກາ​ອີ​ດາ ຢູ່​ທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ນະຄອນຫລວງ​ແບກແດດ
​ນັ້ນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໃນ​ວັນ​ອາທິດ​ມື້​ນີ້ ກອງ​ທະຫານ​ໄດ້​ເຄື່ອນ​
ກຳລັງ​ເຂົ້າ​ໄປ​ໃນ​ຄຸ້ມ​ສຳຄັນໆ​ຂອງ​ເມືອງ Ramadi ​ເມືອງ​ເອກ
ຂອງ​ແຂວງ​ ອັນ​ບາ​ຣ໌ ຊຶ່ງ​ຕັ້ງ​ຢູ່​ຫາງ​ຈາກ​ແບກ​ແດດ ​ໄປ​ທາງ​ທິດ
ຕາ​ເວັນ​ຕົກ ປະມານ 100 ຫລັກ. ​ແຕ່​ບໍ່ໃຫ້​ລາຍ​ລະອຽດ​ໃດໆ​
ເພີ່ມ​ຕື່ມ.

ຢູ່​ແບກ​ແດດ​ໃນ​ວັນ​ເສົາ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການວາງ​ລະ​ເບີດ​ລົດ 4 ຄັນ ກັບ​ການຍິງ​ປືນ​ຄົກ​ໃສ່ ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 14 ຄົນ​ເສຍ​ຊີວິດ ​ແລະ​ບາດຈັບ​ຕື່ມ​ອີກ 50 ຄົນ. ​ເວລາ​ນີ້ ບໍ່​ມີ​ຂ່າວ​ໃດໆ​ເທື່ອ ກ່ຽວ​ກັບ​ວ່າ ຝ່າຍໃດ​ເປັນ​ຜູ້​ຮັບຜິດຊອບ
ຕໍ່​ການ​ໂຈມ​ຕີ​ເຫຼົ່າ​ນີ້.

ແຜນທີ່ສະແດງເມືອງ Ramadi ກັບນະຄອນຫລວງ Baghdad ຂອງ Iraq.
ແຜນທີ່ສະແດງເມືອງ Ramadi ກັບນະຄອນຫລວງ Baghdad ຂອງ Iraq.

ຄວາມ​ວຸ້ນວາຍ​ໄດ້​ເພີ່ມທະວີ​ຂຶ້ນ​ໃນ​ອີຣັກ ​ໃນ​ຊ່ວງ​ປີຜ່ານມາ​ນີ້.
ຄວາມ​ເຄັ່ງ​ຕຶງ​ໄດ້ຖີບ​ຂຶ້ນ ນັບ​ແຕ່​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທີ່​
ເຊື່ອມ​ໂຍງ​ກັບ​ກຸ່ມ​ອັນ​ກາ​ອິດາ​ແລະ​ກຸ່ມ​ອື່ນໆ​ ໄດ້​ຍຶດ​ເອົາ​ເມືອງ
Fallujah ​ໃນ​ແຂວງ Anbar ໂດຍ​ສວາຍ​ໃຊ້​ປະ​ໂຫຍ​ດຈາກ
ການ​ບໍ່​ລົງ​ລອຍ​ກັນ​ໃນລະຫວ່າງພວກຊົນກຸ່ມ​ນ້ອຍ ນິກາຍ​ຊຸນ​ນີ
ລກ່ຽວ​ກັບ​ພຶດຕິ​ກຳ​ຕ່າງໆ​ຂອງ​ລັດຖະບານ​ພາຍ​ໃຕ້​ການນຳພາ​
ຂອງ​ກຸ່ມ Shi’ite ນັ້ນ.

ທຳນຽບຂາວ​ກ່າວ​ວ່າ ຮອງ​ປະທານາທິບໍດີ Joe Biden ​ໄດ້​ໂອ້​ລົມ
ກັບ​ທ່ານ Nouri Al-Maliki ນາຍົກລັດ​ຖະມົນຕີ​ອີຣັກ ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ເນັ້ນ​ເຖິງການ
ສະໜັບສະໜຸນ​ຂອງ​ສະຫະລັດຕໍ່​ການ​ຕໍ່ສູ້ຂອງ​ອີຣັກຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍໃນ​ແຂວງ Anbar ນັ້ນ.

ຖະ​ແຫຼ​ງການ​ຂອງ​ສະຫະລັດ​ເວົ້າ​ວ່າ ບັນດາ​ຜູ້ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ນຳ​ກັນ ​ກ່ຽວ​ກັບ​ຄວາມ
​ສຳຄັນ​ຂອງ​ການສືບ​ຕໍ່​ຢື່ນມື​ໄປ​ຫາ​ແລະພົວພັນ​ຂອງ​ອີຣັກ ​ກັບ​ພວກ​ຜູ້ນຳ​ໃນທ້ອງ​ຖິ່ນແລະ
​ຊົນ​ເຜົ່າ​ໃນ​ຂົງ​ເຂດ​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG