ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຖອນທະຫານ ໄວກ່ອນກຳນົດ


ກອງທັບສະຫະລັດ ກ່າວວ່າ ເວລານີ້ ຕົນມີກຳລັງທະຫານ ບໍ່ຮອດ 50,000 ຄົນ ຢູ່ໃນອີຣັກ ຂະນະທີ່ໝາຍກຳນົດ ການ ໃນການສິ້ນສຸດລົງ ຂອງການປະຕິບັດງານ ສູ້ລົບຢູ່ໃນອີຣັກ ພວມຫຍັບໃກ້ເຂົ້າມາ.

ໃນຖະແຫຼວງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນອັງ ຄານມື້ນີ້ ກອງທັບສະຫະລັດກ່າວວ່າ ຕົນໄດ້ເສັດສິ້ນ ການຫຼຸດກຳລັງທະຫານລົງ ກ່ອນຮອດເສັ້ນຕາຍ ວັນທີ 31 ສິງຫາ ທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຕັ້ງໄວ້.

ກຳລັງທະຫານອະເມຣິກັນ ຈະຫັນໄປໃຫ້ການຝຶກແອບ ກອງກຳລັງຮັກສາຄວາມສະ ຫງົບຂອງອີຣັກ ປະຕິບັດງານຕໍ່ຕ້ານ ພວກກໍ່ການຮ້າຍ ແລະໃຫ້ການສະໜັບສະໜຸນ ຕໍ່ອົງການຕ່າງໆ ທີ່ດຳເນີນງານ ເພື່ອສ້າງສາປະເທດອີຣັກ ຄືນໃໝ່ນັ້ນ.

ກຳລັງທະຫານອະເມຣິກັນ ແມ່ນຢູ່ໃນລະດັບຕໍ່າສຸດ ນັບແຕ່ໄດ້ມີການບຸກລຸກ ເຂົ້າໄປໃນປະ ເທດອີຣັກ ພາຍໃຕ້ການນຳພາ ຂອງສະຫະລັດ ທີ່ເລີ້ມຂຶ້ນ ໃນເດືອນມີນາປີ 2003. ມີກຳນົດວ່າ ທະຫານສະຫະລັດທັງໝົດ ຈະຖອນອອກໄປຈາກອີຣັກ ພາຍໃນທ້າຍປີ 2011.

ໃນຄຳປາໄສມື້ວານນີ້ ຮອງປະທານາທິບໍດີ ສະຫະລັດທ່ານ Joe Biden ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຕຳໜິຕິຕຽນທີ່ວ່າ ການຖອນກຳລັງສະຫະລັດ ພາໃຫ້ມີຄວາມຮຸນແຮງເພີ້ມຂຶ້ນ ໂດຍເວົ້າວ່າ ແມ່ນການເມືອງ ບໍ່ແມ່ນສົງຄາມ ທີ່ໄດ້ລະເບີດຂຶ້ນ ຢູ່ໃນອີຣັກນັ້ນ.

ທ່ານກ່າວຕໍ່ພວກນັກລົບເກົ່າ ຈຸນຶ່ງວ່າ ທ່ານມີຄວາມເຊື່ອໝັ້ນ ຢ່າງເດັດດ່ຽວວ່າ ອີຣັກ ຈະຈັດຕັ້ງ ລັດຖະບານຂຶ້ນໄດ້ ແລະພວກຜູ້ນຳຂອງອີຣັກ ຈະແກ້ໄຂ ຄວາມແຕກແຍກ ຢ່າງແຮງ ແລະສະຫຼັບຊັບຊ້ອນນັ້ນ ດ້ວຍການເຈລະຈາກັນ ບໍ່ແມ່ນສົງຄາມ.


XS
SM
MD
LG