ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຖອນກຳລັງສູ້ລົບ ຈາກອີຣັກ


ກອງພັນສູ້ລົບ ກອງສຸດທ້າຍຂອງທະຫານອະເມຣິກັນທີ່ ມີກຳນົດ ຈະເດີນທາງ ອອກຈາກປະເທດອີຣັກ ພາຍໃຕ້ ແຜນການຖອນທະຫານ ຂອງລັດຖະບານປະທານາທິບໍດີ ໂອບາມານັ້ນ ໄດ້ອອກຈາກອີຣັກແລ້ວ ຂະນະທີ່ເສັ້ນຕາຍ ວັນທີ 31 ສິງຫາ ໃນການສິ້ນສຸດລົງຂອງການປະຕິບັດ ງານສູ້ລົບ ຢູ່ໃນອີຣັກ ຂອງທະຫານສະຫະລັດ ຫຍັບໃກ້ ເຂົ້າມາ.

ອົງການຂ່າວຕ່າງໆແລະຕາໜ່າງໂທລະພາບຂອງສະຫະລັດ ທີ່ປະຈຳຢູ່ກັບກອງພັນ Stryker ທີ 4 ຂອງກອງພົນ ທະຫານລາບທີ 2 ໄດ້ໃຫ້ການຢືນຢັນ ກ່ຽວກັບການຖອນທະຫານສະຫະລັດ. ມີລາຍງານ ວ່າ ຍານພາຫະນະຂອງກອງພັນດັ່ງກ່າວ ໄດ້ຂ້າມຊາຍແດນເຂົ້າໄປໃນຄູເວດ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້.

ແຕ່ພວກເຈົ້າໜ້າທີ່ຂອງລັດຖະບານສະຫະລັດ ກ່າວວ່າ ການປະຕິບັດງານສູ້ລົບ ຢູ່ໃນອີຣັກ ຍັງບໍ່ທັນສິ້ນສຸດລົງເທື່ອ. ກຳລັງສູ້ລົບນ້ອຍໆ ຈຳນວນນຶ່ງ ຍັງຢູ່ໃນປະເທດອີຣັກ. ກຳລັງ ເຫຼົ່ານີ້ ແມ່ນຮວມຢູ່ໃນຈຳນວນ ພວກທະຫານປະມານ 6,000 ຄົນ ທີ່ມີກຳນົດຈະເດີນ ທາງອອກຈາກອີຣັກໄປ ພາຍໃນທ້າຍເດືອນນີ້.

ຫຼັງຈາກຖອນທະຫານເຫຼົ່ານີ້ແລ້ວ ສະຫະລັດກໍຍັງຈະມີທະຫານ ປະມານ 50 ພັນຄົນ ໃນອີຣັກ ໃນຖານະກຳລັງໄລຍະຂ້າມຜ່ານ. ພວກທະຫານເຫຼົ່ານີ້ ຈະເພັ່ງເລັງໃສ່ການ ຝຶກແອບທະຫານອີຣັກ ແລະປະຕິບັດໜ້າທີ່ຕໍ່ຕ້ານ ພວກກໍ່ການຮ້າຍ.

ກຳລັງທະຫານສະຫະລັດ ປະຕິບັດໜ້າທີ່ ໃນການສູ້ລົບຢູ່ໃນອີຣັກ ມາໄດ້ 7 ປີ ກວ່າໆ ໃນແຜນການປະຕິບັດງານ ເພື່ອອິດສະຫຼະພາບ ຂອງອີຣັກ ທີ່ໄດ້ເລີ້ມໂດຍອະດີດປະທານາ ທິບໍດີ George W Bush.

XS
SM
MD
LG