ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກຢາກໃຫ້ສະຫະລັດ ປະກຳລັງໄວ້ຕໍ່


ອີຣັກຢາກໃຫ້ສະຫະລັດ ປະກຳລັງໄວ້ຕໍ່
ອີຣັກຢາກໃຫ້ສະຫະລັດ ປະກຳລັງໄວ້ຕໍ່

ນາຍທະຫານອະວຸໂສສຸດ ຂອງ ອີຣັກກ່າວວ່າ ສະຫະລັດ ຄວນ ປະກຳລັງທະຫານ ຂອງຕົນໄວ້ ໃນອີຣັກ ຈົນຮອດປີ 2020.

ນາຍພົນໂທ Babakir Zebari ກ່າວຕໍ່ກອງປະຊຸມ ປ້ອງກັນປະ ເທດທີ່ນະຄອນຫຼວງ ແບັກແດັດ ໃນວັນພຸດວານນີ້ວ່າ ຈະຕ້ອງໃຊ້ ເວລາອີກ 10 ປີ ກ່ອນທີ່ກອງທັບຂອງອີຣັກ ຈະສາມາດຄໍ້າປະກັນ ຄວາມປອດໄພຂອງ ປະເທດໄດ້.

ໂຄສົກຂອງທຳນຽບຂາວ ທ່ານ Robert Gibbs ກ່າວໃນວັນພຸດວານນີ້ວ່າ ສະຫະລັດ ກຳລັງຢູ່ໃນທິດທາງ ທີ່ຈະສິ້ນສຸດ ການປະຕິບັດງານດ້ານ​ການສູ້ລົບຂອງ​ຕົນ ຢູ່ໃນອີຣັກ ພາຍໃນທ້າຍເດືອນນີ້ ຕາມທີ່ໄດ້ວາງແຜນໄວ້. ທ່ານກ່າວວ່າ ປະທານາທິບໍດີບາຣັກ ໂອ ບາມາ ມີ​ຄວາມພໍໃຈ ທີ່ກອງທັບອີຣັກ ຈະສາມາດເຂົ້າກຳ ການປະຕິບັດງານ ໃນການ ຮັກສາ ຄວາມປອດໄພຂອງປະເທດ.

ທະຫານອະເມຣິກັນ ຈຳນວນ 50,000 ຄົນຍັງຈະຢູ່ໃນອີຣັກຕໍ່ໄປ ເພື່ອຮັບໜ້າທີ່ເປັນກຳລັງ ສະໜັບສະໜຸນ ໃນໄລຍະຂ້າມຜ່ານ. ທ່ານໂອບາມາ ໄດ້ຕັ້ງເປົ້າໝາຍ ກ່ຽວກັບການຖອນ ກຳລັງທະຫານສະຫະລັດທັງໝົດ ອອກຈາກອີຣັກ ​ໃສ່ທ້າຍປີ 2011.

XS
SM
MD
LG