ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢ່າງ​ນ້ອຍ​ 27 ຄົນ​ເສຍ​ຊີວິດ ໃນການໂຈມຕີທີ່ອິຣັກ


ເຫດການໂຈມຕີທີ່ຮ້າຍແຮງໃນອິຣັກ
ເຫດການໂຈມຕີທີ່ຮ້າຍແຮງໃນອິຣັກ


ທີ່ອິຣັກ​ ຕໍາຫຼວດ​ກ່າວ​ວ່າ​ ພວກມື​ປືນ​ທີ່​ນຸ່ງ​ຊຸດ​ທະຫານ​ໄດ້​ເປີດ​ສາກຍິງໃສ່ດ່ານກວດກາສອງ​
ແຫ່ງໃນເມືອງ Haditha ທາງ​ພາກຕາ​ເວັນ​ຕົກຂອງ​ປະ​ເທດ​ ໃນ​ຕອນ​ເຊົ້າມືດຂອງວັນ​ຈັນ
ມື້​ນີ້ ​ໂດຍ​ໄດ້ສັງຫານຢ່າງ​ນ້ອຍ​ 27 ​ເສຍ​ຊີວິດ.

ພວກ​ທີ່ໄດ້​ຮັບ​ເຄາະມີຮວມ​ທັງຜູ້​ບັນຊາ​ການ​ຕໍາຫຼວດຂັ້ນ​ສູງ 2 ຄົນ ທີ່​ໄດ້​ຖືກ​ລັກພາຕົວ​ໄປ
ຈາກ​ບ້ານຂອງ​ຜູ້ກ່ຽວ​ ແລ້ວປະຫານ​ຊີວິດ. ​ມື​ປືນຢ່າງ​ນ້ອຍຄົນ​ນຶ່ງຖືກ​ຍິງ​ຕາຍ.

ເມືອງ Haditha ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ຫ້າມສັນຈອນ​ໄປມາ​ໃນ​ຍາມ​ວິການ​ ໃນ​ຂະນະ​ທີ່​
ທາງ​ການກໍາລັງ​ທໍາ​ການສອບສວນ​ຢູ່​.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງການ​ໂຈມ​ຕີໃນ​ກ່ອນ​ແຈ້ງ​ເຊົ້າ
ວັນ​ຈັນ​ມື້​ນີ້ ​ແຕ່​ວ່າ​ໂຄສົກຕໍາຫຼວດ​ຄົນ​ນຶ່ງບອກ​ກັບ AFP ​ສື່​ຂອງຝຣັ່ງວ່າ ກຸ່ມ​ກໍ່​ການ​ຮ້າຍ
al-Qaida ເປັນ​ຜູ້​ຮັບຜິດຊອບ.

ເມືອງ Haditha ​ໄດ້ກາຍ​ເປັນທີ່​ໝັ້ນ​ຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ຫຼັງ​ຈາກ​ທີ່ Saddam
Hussein ໄດ້ຖືກ​ໂຄ້ນ​ຫຼົ້ມ​ ໃນ​ປີ 2003.

XS
SM
MD
LG