ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

92​ ຄົນເສຍຊີວິດ ຍ້ອນການໂຈມຕີຂອງ ພວກ​ກະບົດໃນ​ອີຣັກ ​


ການໂຈມຕີດ້ວຍລະເບີດລົດບັ້ນນຶ່ງ ຂອງພວກກະບົດໃນອິຣັກ ໃນທ້າຍສັບປະດາຜ່ານມານີ້.
ການໂຈມຕີດ້ວຍລະເບີດລົດບັ້ນນຶ່ງ ຂອງພວກກະບົດໃນອິຣັກ ໃນທ້າຍສັບປະດາຜ່ານມານີ້.
ພວກ​ກະບົດໃນ​ອີຣັກ ​ໄດ້​ກໍ່ຄື້ນຟອງ​ແຫ່ງການ​ໂຈມ​ຕີ​ດ້ວຍ
ລະ​ເບີດ ​ແລະ​ຍິງ​ກັນ​ທີ່​ເຮັດ​ໃຫ້ຢ່າ​ງໝ້ອຍ 92 ຄົນເສຍ​ຊີ​ວິດ
ພາຍ​ໃນລະຍະ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ ຊຶ່ງກົງກັນ​ກັບວັນທີ່
ສານ​ອີຣັກ​ໄດ້ຕັດສິນ​ລົງ​ໂທດ​ປະຫານຊີວິດຮອງ​ປະທານາ
ທິບໍດີ​ຂອງ​ປະ​ເທດ ທີ່​ເປັນ​ຊາວSunni ທີ່​ໄດ້​ຫລົບໜີ​ໄປ ​
ໃນ​ຂໍ້​ຫາ​ຄາດ​ຕະກໍາ.

ການ​ສັງຫານ ​ໄດ້​ເລີ້ມ​ເກີດ​ຂື້ນ​ໃນ​ຕອນ​ແລງຂອງ​ວັນ​ເສົາ ​ໂດຍ​ພວກ​ມື​ປືນ ທີ່​ສັງຫານ​ທະຫານ​ອີຣັກ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ຫລາຍ​ຄົນ ທີ່​ຄ້າຍ​ທະຫານຢູ່​ທາງ ທິດເໜືອ​ຂອງ​ກຸງ​ແບກ​ແດດ. ຄວາມ​ຮຸນ​ແຮງໄດ້ດໍາ​ເນີນ​ໄປ​ເຖິງ​ຕອນ​ເຊົ້າ​ແລະ​ຕອນ​ສວາຍຂອງວັນ​ອາທິດ ​ໂດຍ​ການວາງ​ລະ​ເບີດ​ລົດ ​ແລະ ການ​ໂຈມ​ຕີ​ແບບອື່ນໆ​ ຢູ່​ໃນ​ແລະ​ອ້ອມ​ແອ້ມ​ເມືອງ Abu Ghraib, Baquba, Basra, Kirkuk, Mosul, Nasiriyah, Samarra, Taji, Tal Afar ​ແລະ Tuz Khormato.

ຢູ່​ໃນການ​ໂຕມຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດນັ້ນ ລົດ​ສອງ​ຄັນ​ໄດ້​ລະ​ເບີດຂຶ້ນຢູ່ໃກ້​ກັບ​ຕະຫລາດ ​ແລະ​ວັດ​ຂອງ​ຊາວ Shi’ite ໃນເມືອງ Amara ທາງພາກໃຕ້​ຂອງປະ​ເທດ ຊຶ່ງ​ໄດ້​ສັງຫານ​ຢ່າງ​ໜ້ອຍ 14 ຄົນ. ລົດ​ຫລາຍ​ຄັນຕື່ມ​ອີກ​ໄດ້​ ລະ​ເບີດຂຶ້ນຢູ່ໃນ​ຫລາຍໆຄຸ້ມ​ ທີ່​ມີຊາວ Shi’ite ພາກັນ​ອາໄສຢູ່​ຫລາຍ ​ໃນ​ເມືອງ​ຫລວງ Baghdad ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ.

ກ່ຽວຂ້ອງກັນ

XS
SM
MD
LG