ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍກວ່າ 50 ຄົນເສຍຊີວິດ ຍ້ອນການໂຈມຕີຢູ່ອີຣັກ


ເຈົ້າໜ້າທີ່ອີຣັກຮັກສາຄວາມສະຫງົບ ກວດກາເບິ່ງ ສະຖານທີ່ເກີດເຫດການວາງລະເບີດໃສ່ລົດ ຢູ່ເມືອງ Basra, ທີ່ຢູ່ ໄກຈາກນະຄອນ Baghdad 550 ກິໂລແມັດ ໄປທາງທິດຕາເວັນອອກສຽງໃຕ້ ໃນວັນທີ 9 ກັນຍາ, 2012 ມື້ນີ້
ເຈົ້າໜ້າທີ່ອີຣັກຮັກສາຄວາມສະຫງົບ ກວດກາເບິ່ງ ສະຖານທີ່ເກີດເຫດການວາງລະເບີດໃສ່ລົດ ຢູ່ເມືອງ Basra, ທີ່ຢູ່ ໄກຈາກນະຄອນ Baghdad 550 ກິໂລແມັດ ໄປທາງທິດຕາເວັນອອກສຽງໃຕ້ ໃນວັນທີ 9 ກັນຍາ, 2012 ມື້ນີ້
ເຈົ້າໜ້າທີ່ອີຣັກກ່າວໃນວັນອາທິດມື້ນີ້ວ່າ ມີການໂຈມຕີຕໍ່ເນື່ອງ
ກັນຢ່າງໜ້ອຍ 10 ຄັ້ງ ຢູ່ທົ່ວປະເທດ ຊຶ່ງໄດ້ເຮັດໃຫ້ຫລາຍກວ່າ
50 ຄົນເສຍຊີວິດ ແລະ ອີກຢ່າງໜ້ອຍ 200 ຄົນໄດ້ຮັບບາດເຈັບ.

ພວກເຈົ້າໜ້າທີ່ກ່າວອີກວ່າການໂຈມຕີທີ່ຮ້າຍແຮງທີ່ສຸດ ໄດ້
ເກີດຂຶ້ນຢູ່ໃກ້ກັບ ເມືອງ Amara ຢູ່ທາງພາກໃຕ້ຂອງປະເທດ ບ່ອນທີ່ການວາງລະເບີດໃສ່ລົດໄດ້ສັງຫານຢ່າງໜ້ອຍ 14 ຄົນ.

ກ່ອນໜ້ານັ້ນ ຢູ່ເມືອງ Balad ທາງກໍ້າເໜືອຂອງນະຄອນ
ຫລວງ Baghdad ພວກມີປືນ ແລະການໂຈມຕີດ້ວຍລະເບີດ
ລູກນຶ່ງ ໄດ້ສັງຫານທະຫານ 11 ຄົນ ແລະໄດ້ເຮັດໃຫ້ຫລາຍຄົນ
ໄດ້ຮັບບາດເຈັບ.

ເໜືອຂຶ້ນໄປອີກ ຢູ່ທີ່ສູນກາງເກນທະຫານໃກ້ກັບເມືອງ Kirkuk ທີ່ອຸດົມຮັ່ງມີໄປດ້ວຍນໍ້າ ມັນນັ້ນ ຕໍາຫລວດກ່າວວ່າ ເຫດລະເບີດແຕກໄດ້ສັງຫານພວກ ທີ່ຖືກເກນມາເປັນຕໍາຫລວດ ຢ່າງໜ້ອຍ 7 ຄົນ ແລະເຮັດໃຫ້ 17 ຄົນໄດ້ຮັບ ບາດເຈັບ.

ຍັງມີລາຍງານອີກວ່າ ມີການໂຈມຕີທີ່ຮ້າຍແຮງອີກຫລາຍຄັ້ງທີ່ເກີດຂຶ້ນຢູ່ທົ່ວອີຣັກ ລວມທັງ
ເຫດລະເບີດສອງຄັ້ງ ຢູ່ໃນເມືອງ Nasiriyah ຢູ່ທາງພາກໃຕ້ ຂອງປະເທດນັ້ນອີກດ້ວຍ. ນຶ່ງໃນຈໍານວນເຫດລະເບີດຫລາຍຄັ້ງນັ້ນ ແມ່ນເກີດ ຂຶ້ນຢູ່ໃກ້ສະຖານກົງສູນຝຣັ່ງ.

ຂະນະນີ້ ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບໃດໆຕໍ່ການໂຈມຕີໃນມື້ນີ້ເທື່ອ.
XS
SM
MD
LG