ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

52 ຄົນເສຍຊີວິດ ທີ່ແບກແດ໊ດ


ເຈົ້າໜ້າທີ່ອິຣັກ ແລະຫົວໜ້າໂບດຄຣິສຕຽນ ທີ່ຖືກພວກຫົວຮຸນແຮງບຸກເຂົ້າຍຶດເອົາ ຢືນຢູ່ທາງນອກໂບດ ບ່ອນເກີດເຫດ ໃນນະຄອນຫລວງ ແບກແດ໊ດ, ວັນທີ 1 ພະຈິກ 2010.
ເຈົ້າໜ້າທີ່ອິຣັກ ແລະຫົວໜ້າໂບດຄຣິສຕຽນ ທີ່ຖືກພວກຫົວຮຸນແຮງບຸກເຂົ້າຍຶດເອົາ ຢືນຢູ່ທາງນອກໂບດ ບ່ອນເກີດເຫດ ໃນນະຄອນຫລວງ ແບກແດ໊ດ, ວັນທີ 1 ພະຈິກ 2010.

ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ປະຊາຊົນ 52 ຄົນ​ຮວມ
ທັງພວກ​ໄປ​ໂບດຢ່າງ​ນ້ອຍ 30 ຄົນ​ເສຍຊີວິດຫລັງ​ຈາກ
ການປະ​ເຊີນ​ໜ້າ​ກັນ​ຢ່າງ​ນອງ​ເລືອດ​ໃນ​ໂບດ​ຄຣີສຕຽນ
ແຫ່ງ​ນຶ່ງທີ່​ຖືກ​ພວກ​ຫົວ​ຮຸນ​ແຮງ​ເຂົ້າ​ຍຶດ​ເອົາໃນ​ກຸງ​ແບກ ແດ໊ດ.

ກໍາລັງ​ຂອງ​ອິຣັກ​ໄດ້​ບຸກ​ເຂົ້າ​ໂຈມ​ຕີໂບດດັ່ງກ່າວ​ໃນແລງ
ວັນອາທິດ​ວານ​ນີ້ ​ຫລາຍ​ຊົ່ວ​ໂມງ​ຫລັງ​ຈາກ​ພວກ​ນັກຕໍ່
ສູ້​ຫົວ​ຮຸນ​ແຮງ​ບຸກ​ເຂົ້າ​ໄປ​ ໃນ​ອາຄານແລະກັກ​ໂຕ​ພວກ
ປະຊາຊົນ​ໃນ​ໂບດ​ ຫລາຍ​ກວ່າ 100 ຄົນ​ໄວ້ເປັນ​ຕົວ ​ປະກັນ.

ຍັງ​ບໍ່​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ມີ​ຄົນ​ຈັກ​ຄົນ​ເສຍ​ຊີວິດ​ຍ້ອນ
ຖືກພວກ​ຫົວ​ຮຸນ​ແຮງຂ້າ ແລະ​ມີ​ຈັກຄົນເສຍ​ຊີວິດ​ໃນ​
ລະຫວ່າງ​ການ​ພະຍາຍາມ​ບຸກ​ເຂົ້າ​ໄປ​ຊ່ອຍ​ກູ້​ຊີວິດຜູ້​ຄົນ​
ໃນ​ໂບດ. ບັນດາເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ປະຊາຊົນ 70
ຄົນໄດ້​ຮັບ​ບາດ​ເຈັບ. ພວກ​ທີ່​ລອດ​ຊີວິດ​ມາ​ເວົ້າ​ວ່າ ພວກ​
ຫົວ​ຮຸນ​ແຮງໄດ້ເຂົ້າ​ໄປ​ໃນ​ໂບດ ພ້ອມ​ກັບ​ລະດົມຍິງໃສ່​ຜູ້​ຄົນ ແລະ​ໄດ້​ຍິງ​ນັກບວດ​ຄົນ​ນຶ່ງ
ຕາຍ​ໃນ​ໄລຍະ​ເຜົາ​ຂົນໃນ​ທັນທີ. ກຸ່ມ​ທີ່​ເອິ້ນ​ວ່າ ລັດ​ອິສລາມແຫ່ງອິຣັກຫລື Islamic State
of Iraq ຊຶ່ງ​ເປັນ​ສາຂາ​ນຶ່ງ​ຂອງ​ກຸ່ມ al-Qaida ​ໃນ​ອິຣັກ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບ​ການ​ໂຈມ​ຕີ​ຄັ້ງ​ນີ້.

XS
SM
MD
LG