ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ຮຽກຮ້ອງ ຕໍ່ສະພາຄວາມໝັ້ນຄົງ ສປຊ ເພື່ອສັ່ງໃຫ້ເທີກີ ຖອນທະຫານ ອອກຈາກອີຣັກ


ສະມາຊິກກຳລັງຮັກສາຄວາມປອດໄພອີຣັກ ຢ່າງຜ່ານ ສະຖານທູດເທິກີ ໃນນະຄອນຫຼວງແບັກແດດ
ສະມາຊິກກຳລັງຮັກສາຄວາມປອດໄພອີຣັກ ຢ່າງຜ່ານ ສະຖານທູດເທິກີ ໃນນະຄອນຫຼວງແບັກແດດ

ອີ​ຣັກ ກຳລັງ​ຮ້ອງ​ຂໍ​ໃຫ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ
ສັ່ງ​ໃຫ້​ເທິ​ກີ ຖອນທະຫານ​ຂອງ​ຕົນອອກຈາກພາກ​ເໜືອ​ອີຣັກ
​ ໂດຍ​ທັນ​ທີ​ແລະ​ບໍ່​ມີເງື່ອນ​ໄຂ ໃດໆທັງ​ສິ້ນ.

​ອີ​ຣັກ ໄດ້​ຂຽນຢູ່​ໃນ​ໜັງສື​ ໄປ​ຫາສະພາ​ຄວາມ​ໝັ້ນຄົງ ​ແລະອົງ
ການ​ຂ່າວຣອຍ​ເຕີ ກໍ​ໄດ້​ເຫັນ​ໜັງສື​ດັ່ງກ່າວທີ່ເວົ້າວ່າ “ນີີ້ແມ່ນ​ຖື
​ວ່າເປັນ​ການລະ​ເມີດ​ຢ່າງ​ເປີດແປນ​ຕໍ່ກົດ​ບັດສະຫະ​ປະຊາ​ຊາດ
​ແລະລະ​ເມີດ​ຕໍ່​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນແລະອະທິປະ​ໄຕຂອງ
​ປະ​ເທດ​ອີຣັກ”

ນາຍົກລັດຖະມັນ​ຕີ ອີຣັກ ທ່ານ Haider al-Abadi ​ໄດ້​ຮ້ອງ​ຮຽນ
ຕໍ່​ສະພາ ຄວາມ​ໝັ້ນຄົງລະຫວ່າງ​ການກ່າວ​ຄຳ​ປາ​ໄສທີ່ອອກ​ອາກາດທາງ​ໂທລະພາບ ​ໃນ​ວັນ​ສຸກ​ວານນີ້. ທ່ານ​ກ່າວ​ວ່າ ອີຣັກ ​ໄດ້​ພະຍາຍາມແກ້​ໄຂ​ບັນຫາ​ຂັດ​ແຍ້​ງດັ່ງກ່າວກັບເທິ​ກິຢ່າງ​ສັນຕິວິທີ ແລະ​ໂດຍ​ທາງ​ດ້ານ​ການ​ທູດ.

ນາຍົກ​ລົດ​ຖະມົນຕີອີຣັກ ກ່າວ​ວ່່າ “ພວກ​ເຮົາ​ໄດ້​ໃຫ້​ເວລາ​ທີ່​ຈຳກັດແກ່​ເທີ​ກີຊຶ່ງ ​ເປັນ​ເພື່ອນ​
ບ້ານຂອງ​ເຮົາ ​ເພື່ອ​ຖອນ​ທະຫານ ​ແລະ​ບໍ່​ໃຫ້​ປິດ​ປະ​ຕູສຳລັບການ​ສົນທະນາ.”

ກຳລັງ​ເທີ​ກີ ​ໄດ້​ເຂົ້າ​ໄປ​ໃນ​ພາກ​ເໜືອ​ອີຣັກ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອ​ງ ​ໂຄງການ​
ຝຶກ​ແອບ​ກຳລັງ​ອີ​ຣັກ ​ແລະ​ກຳລັງ​ຊາວ​ເຄີ​ດ ​ໃນ​ການ​ສູ້​ລົບ​ກັບ​ກຸ່ມ​ລັດ ອິສລາມ.

ແຕ່ເທີກີ​ໄດ້​ສົ່ງ​ກຳລັງ​ເຂົ້າ​ໄປ​ເພີ້ມ​ໃນອາທິດ​ແລ້ວ​ ​ແລະ​ປະທານາທິບໍດີ Recep Tayyip
Erdogan ປະຕິ​ເສດ​ບໍ່​ຍອມ​ເຄື່ອນ​ໄຫວ​ໃດໆ. ທ່ານ​ກ່າວ​ວ່າ ການ​ເພີ້​ມ ກຳລັງທະຫານ
ແມ່ນ​ເປັນ​ສິ່ງ​ຈຳ​ເປັນ ​ເພື່ອ​ປົກ​ປ້ອງບັນດາ​ຄູ​ຝຶກ​ຈາກການ​ໂຈມ​ຕີ ຂອງ​ພວກ​ກລັດ​ອິສລາມ
​ທີ່​ທ່ານ​ກ່າວ​ວ່າ "​ທີ່​ມີຢູ່​ທົ່ວ​ໄປຢ່າງ​ບໍ່​ເປັນລະບຽບນັ້ນ."​

ທ່ານ Erdogan ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ລໍຖ້າ ຄໍາ​ເຊື້ອ​ເຊີນ​ຈາກລັດຖະບານ​ກາງອີຣັກ
​ເສຍ​ກ່ອນ​ບໍ ​ເວລາທີ່​ມີ​ການ​ໂຈມ​ຕີ​ເກີດ​ຂື້ນ​ຕໍ່​ປະ​ເທດ​ຂອງພວກ​ເຮົາ? ພວກ​ເຮົາ​ບໍ່​ມີ​ເວລາ
​ອັນ​ຫລູຫລາ​ແບບ​ນັ້ນ​.”

ອີຣັກ ກ່າວ​ວ່າ ຕົນ​ບໍ່​ໄດ້​ອະນຸຍາດ​ໃຫ້​ທະຫານເທີ​ກີ ຂ້າມຊາຍ​ແດນ​ເຂົ້າ​ໄປ​ໃນ ປະ​ເທດ​
ຂອງ​ຕົນ.

Iraqi Turkish Troops
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG