ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອີຣັກ ເລີ້ມບຸກໂຈມຕີ ຄັ້ງໃໝ່ ເພື່ອ ເຂົ້າຍຶດເອົາ ເມືອງ Mosul ຄືນ


ທະຫານອີຣັກຢືນຍາມ ຢູ່ທາງເຂົ້າໜ່ວຍປະຕິບັດງານ ເພື່ອປົດປ່ອຍເມືອງ Mosul ທີ່ຄ້າຍ Makhmour.
ທະຫານອີຣັກຢືນຍາມ ຢູ່ທາງເຂົ້າໜ່ວຍປະຕິບັດງານ ເພື່ອປົດປ່ອຍເມືອງ Mosul ທີ່ຄ້າຍ Makhmour.

ກຳລັງ​ອີຣັກ ​ເລີ້ມບຸກ​ໂຈ​ມຕີຄັ້ງໃໝ່ ຕໍ່ທີ່​ໝັ້ນຂອງ​ກຸ່ມລັດ​ອິສລາມ​ໃນເມືອງ Mosul ​ໃນ​ວັນ ພຸດ​ມື້ນີ້​ ໂດຍ​ບຸກ​ເຂົ້າ​ຍຶດ​ເອົາໝູ່​ບ້ານຕ່າງໆ ໃນ​ເຂດ​ຊານ​ເມືອງ ທາງ​ກ້ຳ​ຕາ​ເວັນ​ອອກສຽງ ໃຕ້​ຂອງ​ເມືອງ​ດັ່ງກ່າວ​ທີ່​ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ການ​ໂຈມ​ຕີ​ທາງອາກາດ​ຢ່າງ​ໜັກ​ຂອງ​ກຳລັງ​ປະສົມ.

ການ​ບຸກ​ໂຈມ​ຕີ​ໄດ້​ຢຸດ​ຊະ​ງັກລົງ ​ເປັນ​ເວລາ​ຫຼາຍໆ​ອາທິດ ​ຫຼັງ​ຈາກ​ໄດ້​ມີການ​ຕ້ານຢັນ​ຢ່າງ ແຂງ​ຂັນ​ຕໍ່​ກຳລັງ​ອີຣັກທີ່​ເຂົ້າຍຶດ​ເອົາ​ໄດ້​ແຕ່​ພຽງ 3 ບ້ານຂອງ​ຈຳນວນທັງ​ໝົດ 8​ ບ້າ​ນຈາກ ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ.

ແຜນທີ່ເມືອງໂມຊູລ ໃນປະເທດອີຣັກ
ແຜນທີ່ເມືອງໂມຊູລ ໃນປະເທດອີຣັກ

ປະຊາຊົນ​ໄດ້ພາກັນ​ຫລົບໜີ​ອອກ​ຈາກ​ໝູ່​ບ້ານ​ເຫລົ່ານັ້ນ​ແລະ​ມີ​ລາຍງານ​ວ່າ ພວກນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ໄດ້​ສ້າງ​ອຸ​ໂມງ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ​ເພື່ອ​ພາກັນ​ຫລົບ​ລີ້​ແລະ​ອອກ​ມາ​ໂຈມ​ຕີ​ກຳລັງ​ອີຣັກ​ໃນ​ຍາມ​ກາງຄືນ ​ແລະ​ໄດ້​ໃຊ້​ພວກໂຈມ​ຕີ​ດ້ວຍລະ​ເບີດ​ສະຫຼະຊີບ ​ເພື່ອ​ຂັດຂວາງ​ບໍ່​ໃຫ້​ກຳລັງ​ອີ​ຣັກ ​ເຄື່ອນ​ເຂົ້າ​ໄປ​ໃກ້ໆ. ການ​ປະຕິບັດ​ງານບຸກ​ໂຈມ​ຕີ​ເລີ້ມຂຶ້ນໃນ ຕອນ​ເຊົ້າມື​ດຂອງ​ວັນ​ພຸດ​ມື້ນີ້ແລະ​ຕົກ​ມາ​ຮອດ​ຕອນທ່ຽງ​ກຳລັງ​ຂອງ​ອີຣັກ​ສາມາດເຂົ້າຍຶດ ເອົາ​ບ້ານ Mahana ​ໄດ້​ແລ້ວ.

ສື່​ມວນ​ຊົນ​ຂອງ​ອີ​ຣັກລາຍງານໂດຍ​ອ້າງ​ຄຳ​ເວົ້າຂອງພວກ​ຜູ້​ບັນຊາ​ການ​ທາງ​ພາກພື້ນດິນ​ທີ່​ກ່າວວ່າ ຜູ້​ໂຈມ​ຕີ​ສະຫຼະຊີບ​ແມ່ຍິງ 3 ຄົນ ​ແລະ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ 15 ຄົນ ທີ່​ບ້ານ Mahana ​ໄດ້​ຕົກ​ເປັນ​ເປົ້າ ຂອງ​ການ​ໂຈມ​ຕີ​ທາງ​ອາກາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG