ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການຢືນຢັນວ່າຜູ້ນໍາອາລເກອີດາ ໃນອິຣັກ 2 ຄົນ ຖືກຂ້າຕາຍແທ້


ກຸ່ມອາລ​ເກ​ອີ​ດາ​ໃນ​ປະ​ເທດ​ອິຣັກ​ໄດ້ໃຫ້ການ​ຢືນຢັນວ່າ ຜູ້ນຳ​ຂອງ​ຕົນ​ສອງ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ ​ເມື່ອ​ນຶ່ງ​ອາທິດ​ຜ່ານ​ມາ ​ໃນ​ການ​ປະຕິບັດ​ງານ ຮ່ວມ​ກັນ​ລະຫວ່າງ​ກອງ​ກຳລັງ​ສະຫະລັດ​ແລະ​ອິຣັກ.

ສຳນັກງານ​ຂ່າວ​ກອງ​ຫລື​ຂ່າວ​ສືບ​ລັບ SITE Intelligence Group ກ່່າວ​ວ່າ ຕົນ​ໄດ້​ແປ​ບົດ​ຖະ​ແຫລ​ງບົດ​ນຶ່ງ​ຢູ່​ໃນ​ເວັບ​ໄຊ​ທ໌​ສົນທະນາ​ກັນ​ທາງ​ອິນ​ເຕີ​ແນັທຂອງ​ພວກ​ນັບຖື​ສາສະໜາ​ອິສະລາມ ທີ່​ຢືນຢັນ​ຂ່າວ​ການ​ຖືກ​ຂ້າ​ຕາຍ​ຂອງ​ບຸກ​ຄົນທັງສອງ​ ຊຶ່ງ​ການ​ຢືນຢັນ​ນັ້ນແມ່ນ​ອອກ​ມາ​ຈາກ​ລັດຖະມົນຕີ​ຝ່າຍ​ກົດໝາຍ Shariah ຂອງ​ສາສະໜາອິສະລາມ ຂອງ​ກຸ່ມ​ຈັດຕັ້ງຂອງ​ພວກ​ກະບົດ ທີ່​ຊື່ວ່າລັດ​ອິສະລາມ​ແຫ່ງ​ອິຣັກ.

ອິງ​ຕາມສຳນັກງານ​ຂ່າວກອງດັ່ງ​ກ່າວ​ ຜູ້ກ່ຽວຂຽນ​ລົງ​ໃນ​ເວ​ບ​ໄຊ້ທ໌ວ່າ ຕົນ​ໄດ້ຮັບ​ແຈ້ງ​ວ່າ ຜູ້ນຳ​ກຸ່ມ​ອາລ​ເກ​ອີ​ດາ​ໃນ​ອິຣັກ ນາຍ Abu Ayyub al-Masri ກັບ​ນາຍ Abu Omar al-Baghdadi ກຳລັງ​ເຂົ້າ​ຮ່ວມໃນ​ ກອງ​ປະຊຸມ​ບັ້ນນຶ່ງ ​ເມື່ອ​ວັນ​ທີ 18 ​ເມສາ ຜ່ານ​ມາ​ນີ້ ​ເວ​ລາກ​ອງກຳລັງ ຂອງ​ສະຫະລັດ​ກັບ​ອິຣັກ ບຸກ​ເຂົ້າ​ກວດຄົ້ນ​ແລະ​ໄ​ດ້​ເກີດການ​ຕໍ່ສູ້​ກັນ ຊຶ່ງ​ໃນ​ເວລາ​ຕໍ່​ມາ ຝ່າຍ​ກຳລັງ​ສະຫະລັດ​ໄດ້​ເອີ້ນ​ເຮືອບິນ​ເຂົ້າ​ໂຈມ​ຕີ​ບ່ອນທີ່ ​ພວກ​ອາລ​ເກ​ອີ​ດາ​ປະຊຸມ​ກັນ​ຢູ່​ນັ້ນ.

ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ອິຣັກ​ໄດ້​ປະກາດວ່າ ບຸກຄົນທັງ​ສອງຖືກ​ຂ້າ ຕາຍ​ ໃນ​ການບຸກເຂົ້າກວດຄົ້ນຂອງ​ກຳລັງ​ຂອງ​ພວກ​ຕົນ ຢູ່​ໄກ້ໆ​ກັບ​ເມືອງ Tikrit ທາງ​ພາກ​ເໜືອ​ຂອງ​ອິຣັກ.

XS
SM
MD
LG