ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນພານິດ ຈາກຢູໂຣບຕາເວັນຕົກ ລົງຈອດທີ່ອິຣັກ


ສາຍການບິນ Aigle Azur ຂອງຝຣັ່ງລົງຈອດທີ່ແບກແດ໊ດ ເປັນເທື່ອທໍາອິດ ວັນທີ31 ຕຸລາ 2010
ສາຍການບິນ Aigle Azur ຂອງຝຣັ່ງລົງຈອດທີ່ແບກແດ໊ດ ເປັນເທື່ອທໍາອິດ ວັນທີ31 ຕຸລາ 2010

ເຮືອບິນພານິດລໍານຶ່ງ ທີ່ບິນອອກຈາກຢູໂຣບຕາເວັນຕົກ ໄດ້ລົງຈອດ ທີ່ອີຣັກ​ ​ເປັນເທື່ອທໍາອິດໃນຮອບເກືອບ 20 ປີ.

ເຮືອບິນພານິດລໍາດັ່ງກ່າວ ທີ່ປະຕິບັດການໂດຍສາຍການ
ບິນ Aigle Azur ຂອງຝຣັ່ງ ໄດ້ບິນອອກຈາກສະໜາມບິນ
Charles De Gaules ທີ່ກຸງປາຣີ ໃນຕອນບ່າຍຂອງວັນ
ເສົາຜ່ານມານີ້ ແລະ​ໄດ້​ໄປລົງຈອດທີ່ສະໜາມບິນນາໆຊາດ ແບກແດດຂອງອີຣັກ ໃນຕອນເຊົ້າຂອງວັນອາທິດມື້ນີ້.

ພວກເຈົ້າໜ້າທີຝຣັ່ງກ່າວວ່າ ຖ້ຽວບິນຖ້ຽວທໍາອິດນີ້ ໂດຍ
ສ່ວນໃຫຍ່ແລ້ວເປັນຖ້ຽວບິນພິທີການຫລາຍກວ່າ ແລະຜູ້
ໂດຍສານທີ່ມາກັບຖ້ຽວບິນນີ້ ສ່ວນຫລາຍແມ່ນພວກນັກ
ການທູດແລະຜູ້ນໍາດ້ານທຸລະກິດຂອງຝຣັ່ງ. ນຶ່ງໃນຈໍານວນ
ຜູ້ໂດຍສານ ກໍຄືທ່ານນາງ Anne-Marie Idrac ລັດຖະ
ມົນຕີກະຊວງການຄ້າຕ່າງປະເທດຂອງຝຣັ່ງ ຊຶ່ງທ່ານນາງກ່າວວ່າເປັນວັນແຫ່ງປະວັດສາດ ສໍາລັບການຮ່ວມມືລະຫວ່າງຝຣັ່ງແລະອີຣັກ.

ການເປີດບໍລິການຖ້ຽວບິນຢ່າງເປັນປົກກະຕິ ລະຫວ່າງປາຣີ ແລະແບກແດດນີ້ ຄາດວ່າຈະ ບໍ່ເລີ່ມຂຶ້ນ ຈົນ​ກວ່າອີກຫລາຍອາທິດ ​ເປັນຢ່າງໜ້ອຍ

ສາຍການບິນ Aigle Azur ເປັນພຽງແຕ່ສາຍການບິນນຶ່ງໃນຫລາຍໆສາຍການບິນທີ່ເລີ່ມ ບິນໄປຍັງກຸງແບກແດດ.

ສາຍການບິນ Etihad ແລະ Emirates ຊຶ່ງ​ບິນ​ອອກ United Arab Emirates ທັງ​ ສອງ​ສາຍ​ການ​ບິນ​ນັ້ນ ໄດ້ເລີ່ມບິນໄປຍັງກຸງແບກແດດ ເມື່ອຕົ້ນປີນີ້.

XS
SM
MD
LG