ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ກ່າວຫາ ກຸ່ມຫົວຮຸນແຮງ ລັດອິສລາມ ວ່າ ໄດ້ນຳໃຊ້ອາວຸດເຄມີ ໃນການສູ້ລົບຍາດເອົາ ເມືອງໂມຊູລຄືນ


ທະຫານໜ່ວຍກຳລັງພິເສດ ຂອງອີຣັກ ລົມໂທສັບຢູ່ ໃນຂະນະ
ທີ່ ພວກທະຫານກຳລັງເຄື່ອນຍ້າຍ ອອກຈາກຄຸ້ມບ້ານ Yarmouk ເພື່ອຍຶດເອົາຄືນ ອີກຕົວເມືອງນຶ່ງ ຈາກກຸ່ມຫົວ
ຮຸນແຮງລັດອິສລາມ ໃນເມືອງ Mosul ຂອງອີຣັກ, ວັນທີ 12 ເມສາ 2017.
ທະຫານໜ່ວຍກຳລັງພິເສດ ຂອງອີຣັກ ລົມໂທສັບຢູ່ ໃນຂະນະ ທີ່ ພວກທະຫານກຳລັງເຄື່ອນຍ້າຍ ອອກຈາກຄຸ້ມບ້ານ Yarmouk ເພື່ອຍຶດເອົາຄືນ ອີກຕົວເມືອງນຶ່ງ ຈາກກຸ່ມຫົວ ຮຸນແຮງລັດອິສລາມ ໃນເມືອງ Mosul ຂອງອີຣັກ, ວັນທີ 12 ເມສາ 2017.

ກອງກຳລັງຂອງອີຣັກ ກ່າວຫາກຸ່ມລັດອິສລາມ ວ່າ ໄດ້ນຳໃຊ້ອາວຸດເຄມີ ໃນການສູ້ລົບ
ຕົບຕີກັນ ເພື່ອຍຶດຄືນເມືອງ Mosul ຈາກພວກນັກລົບຂອງກຸ່ມລັດອິສລາມ ຢ່າງຄົບຖ້ວນ.

ໃນຖະແຫລງການຂອງກອງທັບອີຣັກ ເມື່ອວັນອາທິດວານນີ້ ທີ່ເອີ້ນກຸ່ມລັດອິສລາມ
ດ້ວຍຊື່ຫຍໍ້ ໃນພາສາອາຣັບ ວ່າ “ພວກແກ່ງກໍ່ການຮ້າຍ Daesh ໄດ້ພະຍາຍາມ
ຈະກີດກັນ ການບຸກຄືບໜ້າ ຂອງກອງກຳລັງ ຂອງພວກເຮົາ ດ້ວຍການໃຊ້ລູກປືນ
ໃຫຍ່ ບັນຈຸດ້ວຍວັດຖຸສານເຄມີພິດ ແຕ່ ມັນຂາດປະສິດທິຜົນ.”

ບັນດາເຈົ້າໜ້າທີ່ຂອງອີກຣັກ ບໍ່ໄດ້ໃຫ້ລາຍລະອຽດ ຂອງປະເພດຂອງແກັສພິດ ທີ່ໄດ້
ຖືກນຳໃຊ້ ນັ້ນ ແລະ ໄດ້ກ່າວວ່າ ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ. ກຸ່ມລັດອິສລາມ
ບໍ່ໄດ້ຕອບໂຕ້ຕໍ່ຂໍ້ກ່າວຫາດັ່ງກ່າວ.

ກອງກຳລັງຂອງອີຣັກ ແມ່ນຢູ່ໃນເດືອນທີ 6 ແລ້ວ ໃນການບຸກເຄື່ອນທັບ ເພື່ອຍຶດເອົາ
ເມືອງ Mosul ຄືນ ຈາກກຸ່ມພວກຫົວຮຸນແຮງລັດອິສລາມ. ພວກເຂົາເຈົ້າ ຍຶດໄດ້ການ
ຄວບຄຸມ ໃນພາກຕາເວັນອອກຂອງເມືອງ Mosul ເມື່ອຕົ້ນປີນີ້ ແລະ ດຽວນີ້ ໄດ້ຕັ້ງ
ເປົ້າໝາຍໃສ່ ສ່ວນທີ່ຢູ່ພາກຕາເວັນຕົກຂອງເມືອງ ທີ່ມີ ວັດອິສລາມ al-Nuri ຊຶ່ງເປັນ
ສັນຍາລັກອັນສຳຄັນ ຢູ່ໃນເມືອງເກົ່າແກ່ຂອງ Mosul ນັ້ນ.

ຕຳຫຼວດ ຂອງອີຣັກ ທ່ານນຶ່ງ ກ່າວວ່າ ພວກຫົວຮຸນແຮງລັດອິສລາມ ຍັງໄດ້ໃຊ້ມືລະເບີດ
ສະຫລະຊີບຫຼາຍຄົນ ຂີ່ລົດຈັກເພື່ອຂັບເຂົ້າມາໃນເສັ້ນທາງແຄບໆຂອງເມືອງເກົ່າແກ່
ແຫ່ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG