ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮອງປະທານາທິບໍດີສະຫະລັດ ທີ່ອິຣັກ


ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ພວກນັກ​ການ​ເມືອງ​ທ່ີ​ເປັນ​ຄູ່​ປໍ​ລະ​ປັກ​ກັນ​ຂອງ​ອິຣັກ​ ຍຸດຕິການ​ຊັກ​ຊ້າ​ມາເປັນ​ເວລາ​ຫລາຍ​ເດືອນ​ໃນ​ການ​ປະກອບ​ລັດຖະບານ​ໃໝ່​ຂຶ້ນ ລຸນ​ຫລັງ​ການ​ເລືອກ​ຕັ້ງ​ທ່ີ​ບໍ່​ມີ​ພັກ​ໃດ​ຊະນະ​ຢ່າງ​ຂາດ​ຮອຍ​ ໃນ​ເດືອນມີ​ນາ ຜ່ານ​ມາ​ນັ້ນ.

ໃນ​ການ​ຢ້ຽມຢາມ​ອິຣັກ ມື້​ທີ​ສາມ​ແລະມື້​ສຸດ​ທ້າ​ຍຂອງ​ທ່ານ​ທ່ີ​ນະຄອນ ຫລວງແບກແດ໊ດ​ໃນ​ວັນ​ຈັນ​ມື້​ນີ້ ຄາດ​ວ່າ​ທ່ານ Biden ຈະ​ທຳ​ການ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ Jalal Talabani. ​ໃນ​ວັນ​ອາທິດວານ​ນີ້ ທ່ານ Biden ​ໄດ້​ພົບ​ປະ​ຫາລື​ກັນ​ຄົນ​ລະ​ເທື່ອກັບ ​ນາຍົກລັດຖະມຸນຕີ Nouri al-Maliki ທີ່​ຖື​ນິກາຍ Shi’ite ​ແລະຄູ່​ແຂ່ງ​ຄົນສຳຄັນຂອງ​ທ່ານໃນ​ການ​ຍາດເອົາ​ຕຳ​ແໜ່​ງນາຍົກລັດຖະມຸນຕີ ຄື​ອະດີດ​ນາຍົກລັດ ຖະມຸນຕີ Ayad Allawi ຊຶ່ງ​ເປັນ​ຊາວ Shi’ite ​ຄື​ກັນ​ນັ້ນ.

ຫລັງ​ຈາກ​ການ​ພົບ​ປະ​ຫາລື​ກັນ​ແລ້ວ ທ່ານ Biden ​ໄດ້​ເປັນ​ເຈົ້າພາບ ຈັດ​ງານລ້ຽງ​ຮັບຮອງ ​ໃຫ້​ແກ່​ພວກ​ນັກ​ການ​ເມືອງ​ຕ່າງໆ​ຂອງ​ອິຣັກ​ ຊຶ່ງ​ທ່ານໄດ້​ກ່າວ​ວ່າ ພວກ​ກຸ່ມ​ເຊື່ອ​ຖື​ນິກາຍ​ຕ່າງໆ​ທັງ​ໝົດຂອງ​ອິຣັກ ຈະ​ຕ້ອງ​ໄດ້​ມີບົດບາດ​ທ່ີ​ສຳຄັນ​ໃນ​ລັດຖະບານ​ຊຸດ​ໃໝ່​ ຖ້າ​ຈະໃຫ້ລັດຖະ ບານປະຕິບັດງານ​ ຢ່າງ​ໄດ້ຜົນ ​ແລະ​ທ່ານ​ໄດ້​ຂໍ​ຮ້ອງ​ໃຫ້​ພວກເຂົາ​ເຈົ້າ ​ເຮັດ​ໃຫ້​ສຳ​ເລັດ​ໃນ​ສິ່ງ​ທ່ີ​ເຂົາ​ເຈົ້າ​ໄດ້​ເລີ້ມ​ຕົ້ນ​ມາ​ນັ້ນ.

XS
SM
MD
LG