ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

22 ຄົນເສຍຊີວິດ ຍ້ອນລະເບີດລົດ ໃນອີຣັກ


ທະຫານອີຣັກກວດກາເບິ່ງສະຖານທີ່ທີ່ລະເບີດລົດ
2 ຄັນແຕກຂຶ້ນໃນເມືອງ Diwaniya ຂອງອີຣັກ
ວັນທີ 21 ມິຖຸນາ, 2011
ທະຫານອີຣັກກວດກາເບິ່ງສະຖານທີ່ທີ່ລະເບີດລົດ 2 ຄັນແຕກຂຶ້ນໃນເມືອງ Diwaniya ຂອງອີຣັກ ວັນທີ 21 ມິຖຸນາ, 2011

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ລະ​ເບີດລົດ 2 ຄັນ​ໄດ້​ແຕກ​ຂຶ້ນ​ໃນ​ເມືອງDiwaniyah ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 22 ຄົນ​ແລະ​ບາດ​ເຈັບຕື່ມ​ອີກ 30 ຄົນ.

ທາງ​ການ​ອີຣັກກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ອັງຄານມື້​ນີ້​ທີ່​ດ່ານ​ກວດກາ​ຂອງ​ຕໍາຫລວດ​ແຫ່ງ​ນຶ່ງ​ ຢູ່​ຂ້າງ​ນອກ​ບ້ານ​ພັກ​ຂອງເຈົ້າ​ແຂວງ​ໃນ​ທ້ອງ​ຖິ່ນ ​ໃນ​ເມືອງ Diwaniyah ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນ​ຫລວງ​ກຸງ​ແບກ​ແດ້ດ​ໄປ​ທາງ​ທິດ​ໃຕ້​ປະມານ 150 ຫລັກ​ກິ​ໂລ​ແມັດ.

ທ່ານ Salim Hussein Alwan ​ເຈົ້າ​ແຂວງ​ ໄດ້​ຮັບ​ຄວາມ​ປອດ​ໄພຈາກ​ການ​ໂຈມ​ຕີ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ​ມີຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງພົວພັນ​ໃນ​ການ​ໂຈມ​ຕີ​
ຄັ້ງ​ນີ້ ຊຶ່ງ​ເປັນ​ນຶ່ງ​ໃນ​ການວາງ​ລະ​ເບີດ​ທີ່ເຮັດ​ໃຫ້ຜູ້​ຄົນເສຍ​ຊີວິດ​ຫລາຍ​ບັ້ນ​ໃນ​ທົ່ວ​ອີຣັກ​ໃນ​ວັນ
ອັງຄານ​ມື້​ນີ້. ​ໃນ​ແຫ່ງ​ອື່ນໆອີກຮວມທັງ​ໃນ​ນະຄອນຫລວງ​ແບກ​ແດ໊ດ ເຫດລະ​ເບີດ​ໄດ້​ສັງ
ຫານ​ປະຊາຊົນໄປ​ຢ່າງ​ໜ້ອຍ 4 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 16 ຄົນ.

ຄວາມ​ຮຸນ​ແຮງ​ໃນ​ອີຣັກ​ໄດ້​ຜ່ອນ​ລົງ​ຢ່າງ​ຫລວງຫລາຍ​ຈາກ​ລະດັບ​ສູງ​ສຸດ​ໃນປີ 2006 ​ແລະ
2007 ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ໂຈມ​ຕີ​ເພີ່ມ​ຂຶ້ນ​ອີກ​ໃໝ່ຮວມທັງ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຕໍ່​
ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ໄດ້​ພາ​ໃຫ້​ເກີດຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ກ່ຽວ​ກັບ​ວ່າ​ຈະ​ມີ​ທາງ​
ເປັນໄປ​ໄດ້​ທີ່​ຄວາມ​ຮຸນ​ແຮງ​ຈະ​ເພີ່ມ​ຂຶ້ນ​ໃນ​ຂະນະ​ທີ່​ສະຫະລັດ​ພວມ​ກະກຽມທີ່​ຈະ​ຖອນ​ກໍາ
ລັງ​ຂອງ​ຕົນ​ໃຫ້​ໝົດ​ພາຍ​ໃນ​ທ້າຍ​ປີ​ນີ້.

XS
SM
MD
LG